ວົງການເຈົ້າໜ້າທີ່ການທະຫານ ອາເມລິກາ - ສ ເກົາຫຼີ ປຶກສາຫາລື ກ່ຽວກັບຄວາມສາມາດນາບຂູ່ເປີດກ້ວາງສຳລັບ ສປປ ເກົາຫຼີ

(VOVWORLD) - ຄຳໝັ້ນສັນຍາຂອງ ອາເມລິກາ ໃນການສືບຕໍ່ສະໜອງຄວາມສາມາດນາບຂູ່ເປິດກ້ວາງ ໃຫ້ແກ່ ສ ເກົາຫຼີ ດ້ວຍວິທີນຳໃຊ້ບັນດາຄວາມສາມາດປ້ອງກັນຕົວຂອງ ອາເມລິກາ...
ວົງການເຈົ້າໜ້າທີ່ການທະຫານ ອາເມລິກາ - ສ ເກົາຫຼີ ປຶກສາຫາລື ກ່ຽວກັບຄວາມສາມາດນາບຂູ່ເປີດກ້ວາງສຳລັບ ສປປ ເກົາຫຼີ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 5 ທັນວາ, ສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ (JCS) ປະກາດວ່າ, ບັນດາເຈົ້າໜ້າທີ່ການທະຫານຂັ້ນສູງ ສ ເກົາຫຼີ ແລະ ອາເມລິກາ ໄດ້ດຳເນີນການພົບປະເຈລະຈາ, ເພື່ອປຶກສາຫາລືກ່ຽວກັບຄວາມມານະພະຍາຍາມລວມ ໃນການເພີ່ມທະວີຄວາມສາມາດນາບຂູ່ເປີດກ້ວາງສຳລັບ ສປປ ເກົາຫຼີ. ຕາມ JCS ແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືຢູ່ໃນຂັ້ນຍຸດທະສາດເພື່ອແນໃສ່ຍົກສູງການປະຕິບັດຄວາມສາມາດນາບຂູ່ເປີດກ້ວາງ. ພົນເຮືອຕີ Anthony Carullo, ຜູ້ອຳນວຍການຮັບຜິດຊອບກ່ຽວກັບແຜນການ ແລະ ນະໂຍບາຍຂຶ້ນກັບກອງບັນຊາການຍຸດທະສາດ ອາເມລິກາ, ຢັ້ງຢືນວ່າ: ຄຳໝັ້ນສັນຍາຂອງ ອາເມລິກາ ໃນການສືບຕໍ່ສະໜອງຄວາມສາມາດນາບຂູ່ເປິດກ້ວາງ ໃຫ້ແກ່ ສ ເກົາຫຼີ ດ້ວຍວິທີນຳໃຊ້ບັນດາຄວາມສາມາດປ້ອງກັນຕົວຂອງ ອາເມລິກາ, ເຊິ່ງລວມມີຄວາມສາມາດປ້ອງກັນຕົວດ້ານນິວເຄຼຍ, ປົກກະຕິ, ລູກສອນໄຟ ແລະ ບັນດາຄວາມສາມາດປອດນິວເຄຼຍ ທີ່ທັນສະໄໝ.

        ແລະກໍ່ໃນວັນດຽວກັນ, ສ ເກົາຫຼີ ໄດ້ມີແຜນການກ່ຽວກັບຄວາມສາມາດເພີ່ມທະວີບັນດາມາດຕະການລົງໂທດສຳລັບ ສປປ ເກົາຫຼີ, ດ້ວຍບັນດາການຮ່ວມມືຈາກປະເທດອື່ນ, ຄື: ອາເມລິກາ ແລະ ຍີ່ປຸ່ນ, ຖ້າ ພຽງຢາງ ດຳເນີນການທົດລອງລູກສອນໄຟ ແລະ ບັນດາເຫດທົດລອງອາວຸດອື່ນໆຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ