ວົງດົນຕີກອງທັບເຮືອ ອາເມລິກາ ແລະ ບັນດານັກສິລະປິນ ຫວຽດນາມ ພົບປະແລກປ່ຽນ, ສະແດງສິລະປະຮັບໃຊ້ມະຫາຊົນ

(VOVWORLD) - ບັນດາລູກເຮືອຂອງກອງເຮືອຮົບ 7 ກອງທັບເຮືອອາເມລິກາ ແລະ ບັນດານັກສິລະປິນ ຫວຽດນາມ...
ວົງດົນຕີກອງທັບເຮືອ ອາເມລິກາ ແລະ ບັນດານັກສິລະປິນ ຫວຽດນາມ ພົບປະແລກປ່ຽນ, ສະແດງສິລະປະຮັບໃຊ້ມະຫາຊົນ - ảnh 1 ພາບປະກອບ

ໃນຂອບເຂດການຢ້ຽມຢາມມິດຕະພາບ ນະຄອນ ດ່ານັ້ງ, ຕອນຄ່ຳວັນທີ 7 ມີນາ, ບັນດານັກດົນຕີ, ນັກຮ້ອງຂອງວົງດົນຕີກອງເຮືອຮົບ 7 ກອງທັບເຮືອ ອາເມລິກາ ພ້ອມກັບບັນດານັກສິລະປິນ ຫວຽດນາມ ມີການພົບປະແລກປ່ຽນ, ສະແດງການຟ້ອນລຳທຳເພງ, ຢູ່ສວນສາທາລະນະ ບ໋ຽນດົງ (ທະເລຕາເວັນອອກ) ດ່ານັ້ງ ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມ. ທີ່ການສະແດງ, ບັນດາລູກເຮືອຂອງກອງເຮືອຮົບ 7 ກອງທັບເຮືອອາເມລິກາ ແລະ ບັນດານັກສິລະປິນ ຫວຽດນາມ ໄດ້ສະແດງບັນດາບົດເພງດ້ວຍພາສາ ອັງກິດ ແລະ ຫວຽດນາມ ຢ່າງຟົດຟື້ນມ່ວນຊື່ນ ແລະ ສົມທົບກັບວົງດົນຕີ ກອງ, ແກ ຢ່າງຟົດຟື້ນຂອງກອງທັບເຮືອ ອາເມລິກາ ແລະ ບັນດາເຄື່ອງດົນຕີພື້ນເມືອງ ຫວຽດນາມ. ລາຍການແມ່ນຂົວເຊື່ອມຕໍ່ການພົບປະແລກປ່ຽນລະຫວ່າງປະຊາຊົນ ອາເມລິກາ ແລະ ຫວຽດນາມ ດ້ວຍບັນດາບົດເພງ, ວາດຟ້ອນທີ່ໜ້າຕື່ນຕາຕື່ນໃຈ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຊົມດ້ວຍຄວາມຢ່າງສຸດຈິດສຸດໃຈ ແລະ ເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ