ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ຄາດວ່າທັງປີ 2022 ຍອດວົງເງິນການຄ້າສອງຝ່າຍຈະບັນລຸ 1.6 ຕື້ USD ແລະ ເພີ່ມຂຶ້ນປະມານ 20% ເມື່ອທຽບກັບປີ 2021.
ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1

 ທ່ານາແລ້ງວຽງຈັນ-ເມືອງຫາດຊາຍຟອງ-ນະຄອນຫຼວງວຽງຈັນ (ພາບ: TTXVN)

ໃນ 8 ເດືອນຜ່ານມາຂອງປີ 2022, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ-ລາວ ໄດ້ບັນລຸ 1.076 ຕື້ USD, ເພີ່ມ 27% ເມື່ອທຽບກັບໄລຍະດຽວກັນຂອງປີ 2021, ໃນນັ້ນ, ການສົ່ງອອກບັນລຸ 414.5 ລ້ານ USD, ເພີ່ມຂຶ້ນ 1,37%. ຄາດວ່າທັງປີ 2022 ຍອດວົງເງິນການຄ້າສອງຝ່າຍຈະບັນລຸ 1.6 ຕື້ USD ແລະ ເພີ່ມຂຶ້ນປະມານ 20% ເມື່ອທຽບກັບປີ 2021. ຫວຽດນາມ ແມ່ນ 1 ໃນບັນດາຄູ່ຮ່ວມມືດ້ານການຄ້າຕົ້ນຕໍຂອງລາວ. ບັນດາປະເພດສິນຄ້າຕົ້ນຕໍຂອງລາວ ສົ່ງໄປຂາຍຢູ່ຫວຽດນາມແມ່ນ: ໄຟຟ້າ, ຄຳ, ເຈັ້ຍ ແລະ ບັນດາຜະລິດຕະພັນຈາກເຈັ້ຍ, ຢາງພາລາ, ຜະລິດຕະພັນກະເສດ…ສ່ວນລາວໄດ້ນຳເຂົ້ານ້ຳມັນ, ພະຫະນະທາງບົກ, ເຄື່ອງຈັກ….ຈາກຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ