ວົງເງິນນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງແຮງ

(VOVWORLD) -ຄາດວ່າ, ວົງເງິນການຄ້າ ຫວຽດນາມ - ລາວ ໃນທັງປີ 2021 ຈະບັນລຸປະມານ 1,3 ຕື້ USD
ວົງເງິນນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງແຮງ - ảnh 1(ພາບປະກອບ: tapchilaoviet.org)

ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະ 11 ເດືອນຂອງປີ 2021 ບັນລຸ 1,2 ຕື້ USD, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເດືອນ ພະຈິກ 2021, ຫວຽດນາມ ສືບຕໍ່ຮັບຮູ້ການນຳເຂົ້າເກີນດຸນຈາກ ລາວ ດ້ວຍຈຳນວນເງິນເກືອບ 50 ລ້ານ USD. ສະຫຼຸບໃນໄລຍະ 11 ເດືອນ, ຫວຽດນາມ ນຳເຂົ້າເກີນດຸນຈາກ ລາວ ເກືອບ 125 ລ້ານ USD.

        ຄາດວ່າ, ວົງເງິນການຄ້າ ຫວຽດນາມ - ລາວ ໃນທັງປີ 2021 ຈະບັນລຸປະມານ 1,3 ຕື້ USD, ບັນລຸເປົ້າໝາຍໂດຍຄະນະກຳມະການລະຫວ່າງລັດຖະບານໄດ້ວາງອອກໃຫ້ຂະແໜງອຸດສາຫະກຳການຄ້າ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ