ວໍຊີງຕັນ ຫວັງວ່າ ຈະສືບຕໍ່ເຈລະຈາບັນຫາປອດນິວເຄຼຍກັບ ພຽງຢາງ

(VOVWORLD) - ສປປ.ເກົາຫຼີ ບໍ່ມີເຈດຈຳນົງຜ່ອນສັ້ນຜ່ອນຍາວຕໍ່ບັນດາຄຳຮຽກຮ້ອງຂອງ ອາເມລິກາ (ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ).
ວໍຊີງຕັນ ຫວັງວ່າ ຈະສືບຕໍ່ເຈລະຈາບັນຫາປອດນິວເຄຼຍກັບ ພຽງຢາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  (ພາບ: TTXVN)

ວັນທີ 15 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຢືນຢັນວ່າ ວໍຊີງຕັນ ມີຄວາມຫວັງວ່າ ບັນດາກອງປະຊຸມເຈລະຈາບັນຫາປອດນິວເຄຼຍກັບ ພຽງຢາງ ຈະໄດ້ສືບຕໍ່ດຳເນີນໄປ. ຄຳເຫັນດັ່ງກ່າວ ໄດ້ຍົກອອກມາພາຍຫລັງ ສປປ.ເກົາຫຼີ ຖະແຫຼງວ່າ ເຂົາເຈົ້າອາດຈະຖອນອອກຈາກໂຕະເຈລະຈາພຽງເວລາ 2 – 3 ຊົ່ວໂມງເທົ່ານັ້ນ.

        ກ່ອນໜ້ານັ້ນ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ໃຫ້ຮູ້ວ່າ: ປະເທດອາຊີຕາເວັນອອກສ່ຽງເໜືອນີ້ ພວມຊັ່ງຊາກໍລະນີໂຈະການເຈລະຈາບັນຫາການປອດນິວເຄຼຍກັບ ອາເມລິກາ. ທ່ານນາງຮອງລັດຖະມົນຕີ Choe Son-hui ເນັ້ນໜັກວ່າ ສປປ.ເກົາຫຼີ ບໍ່ມີເຈດຈຳນົງຜ່ອນສັ້ນຜ່ອນຍາວຕໍ່ບັນດາຄຳຮຽກຮ້ອງຂອງ ອາເມລິກາ (ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ) “ພາຍໃຕ້ບໍ່ວ່າຮູບການໃດໆ” ແລະ ກໍ່ “ບໍ່ກຽມພ້ອມ” ເຂົ້າຮ່ວມການເຈລະຈາຄືດັ່ງກ່າວ. ທ່ານນາງ Choe Son-hui ຍັງໃຫ້ຮູ້ວ່າ: ການນຳ ສປປ.ເກົາຫຼີ Kim Jong-un ຈະມີຖະແຫຼງການຢ່າງເປັນທາງການກ່ຽວກັບບັນດາການກະທຳຕໍ່ໄປຂອງ ພຽງຢາງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ