ວໍຊິງຕັນແຈ້ງໃຫ້ເຊີອູນຊາບລາຍລະອຽດໝາກຜົນການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ ຢູ່ເຂດ DMZ

(VOVWORLD) -ການນຳອາເມລິກາ - ສປປ.ເກົາຫຼີ ໄດ້ເຫັນດີເລີ່ມດຳເນີນບັນດາການເຈລະຈານິວເຄຼຍຂັ້ນນັກຊ່ຽວຊານໃນເວລາ 2 – 3 ອາທິດຈະມາເຖິງ.

ວໍຊິງຕັນແຈ້ງໃຫ້ເຊີອູນຊາບລາຍລະອຽດໝາກຜົນການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ ຢູ່ເຂດ DMZ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ

ການນຳສປປ.ເກົາຫຼີ Kim Jong un ຢູ່ເຂດປອດການທະຫານ (DMZ)

(ພາບ: WSJ)

ວັນທີ 01 ກໍລະກົດ, ເຈົ້າໜ້າທີ່ທຳນຽບປະທານາທິບໍດີສ.ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ, ວໍຊິງຕັນ ໄດ້ແຈ້ງໃຫ້ເຊີອູນ ຊາບລາຍລະອຽດບັນດາບັນຫາ “ສຳຄັນ” ທີ່ກ່ຽວຂ້ອງເຖິງໝາກຜົນການພົບປະໃນທ້າຍອາທິດຜ່ານມາ ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ຢູ່ເຂດປອດການທະຫານ (DMZ) ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເມື່ອວັນທີ 30 ມິຖຸນາ ຜ່ານມາ. ຕາມເຈົ້າໜ້າທີ່ຜູ້ດັ່ງກ່າວແລ້ວ, ພາຍຫຼັງການພົບປະ 2 ຝ່າຍໂດຍກົງກັບການນຳສປປ.ເກົາຫຼີ Kim Jong un ນັ້ນ, ທ່ານປະທານາທິບໍດີອາເມລິກາ D.Trump ໄດ້ແຈ້ງໃຫ້ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຊາບກ່ຽວກັບບາງຂໍ້ມູນຂ່າວທີ່ກ່ຽວຂ້ອງ ແລະ ສະເໜີໃຫ້ດຳເນີນການເຈລະຈາສະເພາະກ່ອນທີ່ຈະກ້າວຂຶ້ນລົດໂອໂຕ. ການນຳ 2 ທ່ານໄດ້ແລກປ່ຽນນຳກັນກ່ຽວກັບບັນດາບັນຫາສຳຄັນ. ຫຼັງຈາກນັ້ນໃນຕອບບ່າຍ, ຝ່າຍອາເມລິກາ ໄດ້ແຈ້ງລາຍລະອຽດກ່ຽວກັບການພົບປະໃຫ້ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha. ຕາມນັ້ນແລ້ວ, ການນຳອາເມລິກາ - ສປປ.ເກົາຫຼີ ໄດ້ເຫັນດີເລີ່ມດຳເນີນບັນດາການເຈລະຈານິວເຄຼຍຂັ້ນນັກຊ່ຽວຊານໃນເວລາ 2 – 3 ອາທິດຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Moon Hee sang ແລະ ການນຳ 5 ທ່ານຂອງພັກການເມືອງປະເທດນີ້ໄດ້ປຶກສາຫາລືບັນດາຂໍ້ລິເລີ່ມເພື່ອສັນຕິພາບໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ