ວຸດທິສະພາໄທມີ ປະທານຄົນໃໝ່



ວຸດທິສະພາໄທມີ ປະທານຄົນໃໝ່ - ảnh 1

(ພາບ: AFP/ TTXVN)

 (vovworld)- ​ຕອນ​ຄ່ຳວັນ​ທີ 9/5, ວຸດ​ທິສະພາ​ໄທ ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງທ່ານ ສຸຣະ​ໄຊ ​ເປັນ​ປະທານ​ຄົນ​ໃໝ່, ​ແທນ​ໃຫ້​ທ່ານ ນິ​ເກີ​ມ ຖືກ​ພົ້ນຕຳ​ແໜ່​ງດ້ວຍ​ຄຳ​ກ່າວ​ຫາ​ສະໜັບສະໜູນ​ລັດຖະບານ​ຂອງ​ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິ່ງ​ຮັກ ຊີ​ນນະ​ວັດ. ທ່ານ ສຸຣະ​ໄຊ ​ໄດ້​ຮັບ 96 ບັດ​ສະໜັບສະໜູນ ​ແລະ ລືນ​ກາຍ​ທ່ານ​ຈົງຣັກ ສະມາຊິກວຸດ​ທິສະພາ​ໄທ ຊື່​ງພຽງ​ແຕ່​ໄດ້​ຮັບ 51 ບັດ​ເທົ່າ​ນັ້ນ.

   ທ່ານ ສຸຣະ​ໄຊ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານວຸດ​ທິສະພາ​ໄທ ​ໃນ​ສະພາບ​ການ​ທີ່​​ໃນ​ອາທິດ​ໜ້າ, ອົງການ​ນີ້ອາດ​ຈະ​ໄດ້​ຮັບ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ ກ່ຽວ​ກັບ​ເລື່ອງກ່າວ​ຜູກ​ໂທດທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິ່ງ​ຮັກ ຊີ​ນນະ​ວັດ. ພາຍຫຼັງ​ເຫດການ​ຖືກ​ຍື່ນ​ສະ​ເໜີ, ວຸດ​ທິສະພາ​ໄທ ຈະ​ດຳ​ເນີນ​ການ​ປ່ອນ​ບັດ​ວ່າ​ຈະ​ພິຈາລະນາໂທດ​ທ່ານ​ນາງ​ນາຍົກລັດຖະມົນຕີຜູ້ທີ່​ຖືກ​ໂຄ່ນ​ລົ້ມນີ້​ຫຼື​ບໍ່. ຕາມ​ລັດຖະທຳ​ມະນູນ​ໄທ, ການ​ພິຈາລະນາ​ໂທດ​ຄື​ແນວ​ນັ້ນຈະ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງຢ່າງ​ໜ້ອຍ​ສຸດ 3/5 ຈຳນວນ​ສະມາ​ຊິກວຸດ​ທິສະພາ​ໄທ. ຖ​້າຫາກ​ວ່າວຸດ​ທິສະພາ​ໄທ​ຕັດສິນ​ມີ​ໂທດ, ທ່ານ​ນາງ ຍິ່ງ​ຮັກ ຊີ​ນນະ​ວັດ ອາດ​ຈະ​ຖືກ​ເກືອດ​ຫ້າມ​ເຄື່ອນ​ໄຫວ​ການ​ເມ​ືອງ​ໃນ​ເວລາ 5 ປີ./.

ຂ່າວ/ບົດ​ອື່ນ