ວິທະຍຸກະຈາຍສຽງ ຫວຽດນາມກັບວັນກະຈາຍສຽງທົ່ວໂລກ 13 ກຸມພາ

(VOVWORLD) -ບັນດານັກຂ່າວຜູ້ຖືກເຊີນຈະແບ່ງປັນກ່ຽວກັບໂອກາດ, ສິ່ງທ້າທາຍ, ທີ່ຕັ້ງ, ບົດບາດຂອງກະຈາຍສຽງໃນເລື່ອງຊຸກຍູ້ສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການປະທະກັນ.

ວັນທີ 13 ກຸມພາ, ແມ່ນວັນກະຈາຍສຽງທົ່ວໂລກ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈະຈັດພິທີສະເຫຼີມສະຫຼອງ ແລະ ລາຍການໂອ້ລົມສົນທະນາ “ກະຈາຍສຽງ ແລະ ສັນຕິພາບ”, ຢູ່ໂຮງລະຄອນ VOV. ນີ້ກໍ່ແມ່ນຫົວຂໍ້ລວມຂອງວັນກະຈາຍສຽງໂລກ 2023 ໂດຍອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ຄັດເລືອກ.

ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ລາຍການພົບປະແລກປ່ຽນ ໂດຍມີບັນດາການນຳ VOV, ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດ, ຜູ້ຕາງໜ້າການນຳບັນດາວິທະຍຸກະຈາຍສຽງ - ໂທລະພາບບັນດາແຂວງທາງພາກເໜືອ, ຜູ້ຕາງໜ້າບັນດາສະໂມສອນຜູ້ຟັງວິທະຍຸຂອງບາງແຂວງ ແລະ ນັກສຶກສາຂະແໜງຖະແຫຼງຂ່າວ, ສື່ມວນຊົນຂອງບາງມະຫາວິທະຍາໄລເກືອບ 300 ຄົນ.

ບັນດານັກຂ່າວຜູ້ຖືກເຊີນຈະແບ່ງປັນກ່ຽວກັບໂອກາດ, ສິ່ງທ້າທາຍ, ທີ່ຕັ້ງ, ບົດບາດຂອງກະຈາຍສຽງໃນເລື່ອງຊຸກຍູ້ສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການປະທະກັນ. ນັກຂ່າວ ເລກວັກມິງ, ບັນນາທິການໃຫຍ່ໜັງສືພິມປະຊາຊົນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ, ຖືວ່າ:

“VOV ມີບັນດາບາດກ້າວຢ່າງແຮງໃນວິວັດການຫັນເປັນດີຈີຕອນ. ໃນເບື້ອງຕົ້ນບັນດາລາຍການກະຈາຍສຽງ VOV ແມ່ນລາຍການອອກອາກາດ, ແຕ່ປະຈຸບັນແມ່ນໄດ້ເອົາລົງທາງອິນເຕີແນັດ, ແຜ່ກະຈາຍເຖິງປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ ກໍຄືສາກົນ. ວິທີເຮັດດັ່ງກ່າວແນ່ນອນວ່າແມ່ນຖືກທິດແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ