ວິທະຍຸກະຈາຍສຽງ ຫວຽດນາມສະເຫຼີມສະຫຼອງວັນກະຈາຍສຽງໂລກປີ 2018

(VOVWORLD) - ວັນທີ 2 ກຸມພາ, ທີ່ສູນກະຈາຍສຽງແຫ່ງຊາດ 58 ກວ໋ານຊື໋ ຮ່າໂນ້ຍ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນກະຈາຍສຽງໂລກ (ວັນທີ 12 ກຸມພາ) ປີ 2018, ດ້ວຍຫົວຂໍ້ວ່າ “ກະຈາຍສຽງ ແລະ ກິລາ“.
ວິທະຍຸກະຈາຍສຽງ ຫວຽດນາມສະເຫຼີມສະຫຼອງວັນກະຈາຍສຽງໂລກປີ 2018 - ảnh 1 ວິທະຍຸກະຈາຍສຽງ ຫວຽດນາມສະເຫຼີມສະຫຼອງວັນກະຈາຍສຽງໂລກປີ 2018

 ກ່າວຄວາມເຫັນທີ່ເຫດການນີ້, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຢືນຢັນວ່າ, ປັດຈຸບັນວິທະຍຸກະຈາຍສຽງ ຫວຽດນາມ ລວມມີ 4 ຮູູບການສື່ມວນຊົນແມ່ນ ວິທະຍຸກະຈາຍສຽງ, ໂທລະພາບ, ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ, ວິທະຍຸກະຈາຍສຽງເປັນອົງການສື່ມວນຊົນທີ່ມີຜົນສະທ້ອນຢ່າງກວ້າງຂວາງ ແລະ ມີອິດທິພົນຊື່ສຽງຢູ່ພາຍໃນປະເທດ ແລະ ພາກພື້ນ. ທ່ານຖືວ່າ:

 “ວັນກະຈາຍສຽງໂລກແມ່ນຄວາມເອກອ້າງທະນົງໃຈສຳລັບຜູ້ທີ່ເຮັດວຽກງານກະຈາຍສຽງໃນທົ່ວໂລກ, ໃນນັ້ນມີວິທະຍຸກະຈາຍສຽງ ຫວຽດນາມ, ທັງແມ່ນໂອກາດເພື່ອໃຫ້ຜູ້ຟັງໃນທົ່ວໂລກມີວິໄສທັດຢ່າງເລິກເຊິ່ງກວ່າກ່ຽວກັບຄຸນຄ່າພິເສດຂອງກະຈາຍສຽງ. ຄວາມຈິງແລ້ວ, ໃນສະໄໝການສື່ສານດ້ວຍຫຼາຍຮູບການຄືໃນປັດຈຸບັນ, ຍາມໃດວິທະຍຸກະຈາຍສຽງກໍ່ຮັກສາບົດບາດ, ເປັນພາຫະນະເພື່ອສົ່ງຂ່າວໄວທີ່ສຸດເຖິງທຸກຄົນຢູ່ທຸກແຫ່ງ, ທຸກເວລາ“.

ເຂົ້າຮ່ວມພິທີ, ທ່ານ Toshiyuki Matsumoto, ນັກຊ່ຽວຊານລາຍການສຶກສາຂອງ UNRSCO, ເນັ້ນໜັກວ່າ:

ກິລາ ແລະ radio ອາດສາມາດພ້ອມກັນມຸ່ງໄປເຖິງການປ່ຽນແປງທີ່ຕັ້ງໜ້າ. ຂ້າພະເຈົ້າຢາກເນັ້ນໜັກເຖິງຜົນປະໂຫຍດສຳຄັນໜຶ່ງອີກທີ່ເຊື່ອມຕໍ່ radio ກັບ ກິລານັ້ນແມ່ນເຄື່ອງມືສັນຕິພາບ. ຂ້າພະເຈົ້າເຊື່ອໝັ້ນວ່າ, ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງອື່ນໆຈະຕິດຕາມບັນດາເຫດການກິລາທີ່ສຳຄັນ ແລະ ສະແດງກຳລັງແຮງຂອງກິລາໃນການແກ້ໄຂຄວາມບໍ່ລົງລອຍກັນ ແລະ ຊຸກຍູ້ຄຸນຄ່າອະນຸໂລມ, ຫຼາຍຮູບຫຼາຍແບບ ແລະ ສາມັກຄີ “.

ຕອບກັບ

ຂ່າວ/ບົດ​ອື່ນ