ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ຈຳ​ນວນ​ເງິນ 300 ລ້ານ​ດົ່ງ

(VOVWORLD) -ພະນັກງານ, ລັດຖະກອນ, ນັກຂ່າວ, ນັກເຕັກນິກ, ນັກສິລະປິນ ແລະ ຜູ້ອອກແຮງງານ ວິທະຍຸກະຈາຍສຽງຫວຽດນາມ ສະໜັບສະໜູນຈຳນວນເງິນດັ່ງກ່າວ ດ້ວຍຄວາມປາດຖະໜາ ຢາກປະກອບແຫຼ່ງກຳລັງຕື່ມອີກ ເພື່ອພ້ອມກັບພັກ, ລັດ, ລັດຖະບານ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໃນເຂດຊຸມຊົນ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ຈຳ​ນວນ​ເງິນ 300 ລ້ານ​ດົ່ງ - ảnh 1

    ຕອນເຊົ້າວັນທີ 4 ມິຖຸນາ, ເມື່ອຮັບຈຳນວນເງິນສະໜັບສະໜູນ 300 ລ້ານດົ່ງຈາກບັນດາພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ ວິທະຍຸກະຈາຍສຽງຫວຽດນາມ,    ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ຕີລາຄາສູງງວຽກງານໂຄສະນາຖະແຫຼງຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ອັນໄດ້ຊ່ວຍ ປຊຊ ກຳໄດ້ສະພາບການໂລກລະບາດ ແລະ ປະຕິບັດການກ່າວເຕືອນຂອງກະຊວງສາທາລະນະສຸກໃຫ້ເປັນຢ່າງດີ.

   ທ່ານຫວູ້ຫາຍກວາງ, ຮອງຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ: ພະນັກງານ, ລັດຖະກອນ, ນັກຂ່າວ, ນັກເຕັກນິກ, ນັກສິລະປິນ ແລະ ຜູ້ອອກແຮງງານ ວິທະຍຸກະຈາຍສຽງຫວຽດນາມ ສະໜັບສະໜູນຈຳນວນເງິນດັ່ງກ່າວ ດ້ວຍຄວາມປາດຖະໜາ ຢາກປະກອບແຫຼ່ງກຳລັງຕື່ມອີກ ເພື່ອພ້ອມກັບພັກ, ລັດ, ລັດຖະບານ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໃນເຂດຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ