ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງລາຍການສິລະປະສະເຫຼີມສະຫຼອງວັນບຸນເອກະລາດ

ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງລາຍການສິລະປະສະເຫຼີມສະຫຼອງວັນບຸນເອກະລາດ - ảnh 1
ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງລາຍການ
ສິລະປະສະເຫຼີມສະຫຼອງວັນບຸນເອກະລາດ

(vovworld) - ສະ​ເຫຼີ​ມສະຫຼອງ 71 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ຊາດ 2/9, ຕອນ​ຄຳ່​ວັນ​ທີ 1/9, ຢູ່ ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ ​ໄດ້ຈັດ​ຕັ້ງ​ລາຍການ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ເອກະລາດ ​ເພື່ອ​ແນ​ໃສ່​ວາດ​ພາບ​​ເຫດການ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ ດ້ວຍ​ຮູບ​ພາບ​ເອກະສານ, ຕົວ​ພະຍານ​ປະຫວັດສາດ ​ແລະ ບັນດາ​ບົດ​ເພງ​ອະມະຕະ ​ໂດຍ​ບັນດາ​ນັກ​ສິລະ​ປິນ, ນັກ​ຮ້ອງ ຂອງ ວິທະຍຸ​ກະຈາຍສຽງ​ ຫວຽດນາມ ສະ​ແດງ. ນອກຈາກ​ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ​ອະມະຕະ, ​ໄດ້​ຊົມ​ຮູບພາບ​ເອກະສານ​ອັນ​ລຳ້​ຄ່າ​ແລ້ວ, ຜູ້​ຊົມ​ຍັງ​ໄດ້​ພົວພັນ​ແລກປ່ຽນ​ກັບ​ຕົວ​ພະຍານ​ປະຫວັດສາດ​ເຊັ່ນ: ສາ​ສະ​ດາ​ຈານ ​ເລ​ທີ, ນັກຮົບ​ທະຫານ​ປົດ​ປ່ອຍຍິງ, ຜູ້​​ໄດ້​ຮັບ​ໜ້າ​ທີ່​ຊັກ​ທຸງຊາດ​ໃນ​ວັນຊາດ 2/9/1945 ປະຫວັດສາດ ​ແລະ ນັກ​ຂ່າວ ຫວິ​ງຈ່າ, ຜູ້​ທີ່​ໄດ້​ຮຽບຮຽງ​ປະຫວັດສາດ ວິທະຍຸ​ກະຈາຍສຽງ​ ຫວຽດນາມ.

 

ຂ່າວ/ບົດ​ອື່ນ