ວິທະຍຸກະຈາຍສຽງຫວຽດນາມຈັດພິທີອອກອາກາດບັນດາລາຍການຂອງລະບົບວັດທະນະທຳ-ຊີວິດ-ສຶກສາວິທະຍາສາດໃນຄື້ນFM

ວິທະຍຸກະຈາຍສຽງຫວຽດນາມຈັດພິທີອອກອາກາດບັນດາລາຍການຂອງລະບົບວັດທະນະທຳ-ຊີວິດ-ສຶກສາວິທະຍາສາດໃນຄື້ນFM - ảnh 1
ບັນ​ດາ​ການ​ນຳ VOV ກົດ​ປຸ່ມ​ອອກ​ອາ​ກາດ​ບັນ​ດາ​ລາຍ​ການ
​ຂອງ​ລະ​ບົບVOV2

(vovworld)- ຕອນ​ເຊົ້າ​ວັນ​ທີ 26/8 ທີ່​ສະ​ຖານ​ນີ​ກະ​ຈາຍ​ສຽງ ກວານ​ແຈ ຢູ່ ນະ​ຄອນ​ໂຮ່​ຈິ​ມີນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ກົດ​ປຸ່ມ​ອອກ​ອາ​ກາດ​ບັນ​ດາ​ລາຍ​ການ​ຂອງ​ລະ​ບົບ​ວັດ​ທະ​ນະ​ທຳ ຊີ​ວິດ ສຶກ​ສາ​ວິ​ທະ​ຍາ​ສາດ (VOV2) ​ຜ່ານຄື້ນ FM 96,5 MHz. ເປັນ​ອັນ​ວ່າ ແຕ່​ວັນ​ທີ 26/8, ຜູ້​ຟັງ​ຢູ່​ນະ​ຄອນ​ໂຮ່​ຈິ​ມີນ ແລະ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້​ສາ​ມາດ​ຮັບ​ຟັງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ​ລະ​ບົບ​ວັດ​ທະ​ນະ​ທຳ - ຊີ​ວິດ -ສຶກ​ສາ​ວິ​ທະ​ຍາ​ສາດ ຜ່ານຄື້ນ FM 96,5, ຄຽງ​ຂ້າງ​ຄື້ນ AM 558 Khz. ມາ​ຮອດ​ປະ​ຈຸ​ບັນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ອອກ​ອາ​ກາດ 6 ລະ​ບົບ FM ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແລະ ບັນ​ດາ​ແຂວງ​ໃກ້​ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ