ວິທະຍຸກະຈາຍສຽງຫວຽດນາມມີສິດຜູກຂາດອອກອາກາດການແຂ່ງຂັນບານເຕະບັນດາສະໂມສອນອັງກິດ

ວິທະຍຸກະຈາຍສຽງຫວຽດນາມມີສິດຜູກຂາດອອກອາກາດການແຂ່ງຂັນບານເຕະບັນດາສະໂມສອນອັງກິດ - ảnh 1
ສຳນັກງານວິທະຍຸກະຈາຍສຽງຫວຽດນາມ


(vovworld)- ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ(VOV)ມີ​ສິດ​ຜູກຂາດ​ໃນ​ການ​ອອກ​ອາກາດ​ການ​ແຂ່ງຂັນກິລາ​ບານ​ເຕະ​ບັນດາ​ສະ​ໂມ​ສອນ​ອັງກິດ(EPL) ​ໃນ 3 ງານ​ແຂ່ງຂັນ​ລຽນຕິດ ​ໄລຍະ 2013-2016 ດ້ວຍ​ຮູບ​ການ​ກະຈາຍສຽງ, ອິນ​ເຕີ​ແນັດ ​ແລະ ​ໂທລະສັບ​ມື​ຖື. ຕາມ​ທ່ານ ຫວູມີ​ງຕວນ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແລ້ວ, ພາຍຫລັງ​ການ​ເຈລະຈາ, VOV ​​ໄດ້​ເຊັນ​ສັນຍາ​ຢ່າ​ງ​ເປັນ​ທາງ​ການ​ກັບ ບໍລິສັດ​ສື່ສານ UTV ຈຳກັດ​ຂອງ​ອັງກິດ Talk Sort ຊື່ງ​ແມ່ນ​ຫົວຫນ່ວຍ​ໄດ້​ຮັບ​ອະນຸຍາດ​ອອກ​ອາກາດ​ບັນດາ​ການ​ແຂ່ງຂັນ​ບານ​ເຕະ​ຂອງ​ອັງກິດ ກ່ຽວ​ກັບ​ການ​ມີ​ສິດ​ຜູກຂາດ​ອອກ​ອາກາດ​ໃນ​ເຂດ​ດິນ​ແດນ​ຂອງ​ຫວຽດນາມ. ສັນຍາ​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ຈາກ​ສອງ​ຝ່າຍ​ໃນ​ວັນ​ທີ 11/6 ຜ່ານ​ມາ ​ແລະ ການ​ຮ່ວມ​ມື​ບໍ່​ພຽງ​ແຕ່​​ໃນ 3 ງານ​ແຂ່ງຂັນ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ຍຸດ​ທະ​ສາດ​ຍາວ​ນານ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ