ວິ​ທະ​ຍຸກ​ະ​ຈາຍ​ສຽງ​ຫວຽດ​ນາມ​ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ສະເໜີໃຫ້ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງຫວຽດນາມ ແຕ່ລະຄົນ ຈົ່ງຕອບສະໜອງຂະບວນການນີ້.
ວິ​ທະ​ຍຸກ​ະ​ຈາຍ​ສຽງ​ຫວຽດ​ນາມ​ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1  (ພາບ: vov)

   ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ,  ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີປຸກລະດົມພະນັກງານ, ພາລະກອນ, ນັກຂ່າວ, ນັກເຕັກນິກ, ນັກສິລະປິນວິທະຍຸກະຈາຍສຽງຫວຽດນາມ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ຊື່ງໄດ້ປະຕິບັດຕາມບັ້ນປຸກລະດົມ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄຳຮຽກຮ້ອງຂອງທ່ານປະທານປະເທດ, ນາຍົກລັດຖະມົນຕີ.

ວິ​ທະ​ຍຸກ​ະ​ຈາຍ​ສຽງ​ຫວຽດ​ນາມ​ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 2

ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ປະກອບໃຫ້ກອງທຶນ  (ພາບ: vov)

    ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ສະເໜີໃຫ້ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງຫວຽດນາມ ແຕ່ລະຄົນ ຈົ່ງຕອບສະໜອງຂະບວນການນີ້:

   ດ້ວຍບໍ່ວ່າການເຄື່ອນໄຫວໃດ ທີ່ກ່ຽວຂ້ອງເຖິງການປະກອບສ່ອນໃຫ້ແກ່ສັງຄົມ ເພື່ອຜົນປະໂຫຍດຂອງປະເທດຊາດ, ຍາມໃດ ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງຫວຽດນາມ ກໍ່ມີຄວາມກຽມພ້ອມ. ວິທະຍຸກະຈາຍສຽງຫວຽດນາມ ເຄີຍໄດ້ສະໜັບສະຫນູນ ປຊຊ ຜູ້ປະສົບກັບຄວາມຫຍຸ້ງຍາກ, ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ພາກເໜືອ, ພາກໃຕ້, ພາກກາງບັນລຸຜົນສຳເລັດແລ້ວ. ຕາງໜ້າໃຫ້ການນຳວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າສະເໜີໃຫ້ພວກເຮົາຈົ່ງພ້ອມກັນປະກອບສ່ວນເພື່ອສ້າງກອງທຶນວັກຊິນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ