ວິທະຍາສາດ - ເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນແຫຼ່ງກຳລັງໜູນໃໝ່, ໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ພັດທະນາ

(VOVWORLD) - ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນຄວາມສຳຄັນຂອງວິທະຍາສາດພື້ນຖານ ແລະ ການສຶກສາການເຕີບໂຕເສດຖະກິດສີຂຽວໃນການພັດທະນາປະເທດຊາດ ເພື່ອແນໃສ່ພັດທະນາແບບຍືນຍົງ, ປັບປຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ
ວິທະຍາສາດ - ເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນແຫຼ່ງກຳລັງໜູນໃໝ່, ໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ພັດທະນາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ:TTXVN)

ຕອນບ່າຍວັນທີ 16 ກັນຍາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບບັນດາສາສະດາຈານ, ນັກວິທະຍາສາດສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ວິທະຍາສາດ, ຄຸນສົມບັດ ແລະ ການພັດທະນາມະນຸດ” ຢູ່ບິ່ງດິ້ງ, ໃນຂອບເຂດລາຍການ “ພົບປະ ຫວຽດນາມ” ຄັ້ງທີ 18. ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນຄວາມສຳຄັນຂອງວິທະຍາສາດພື້ນຖານ ແລະ ການສຶກສາການເຕີບໂຕເສດຖະກິດສີຂຽວໃນການພັດທະນາປະເທດຊາດ ເພື່ອແນໃສ່ພັດທະນາແບບຍືນຍົງ, ປັບປຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຫວຽດນາມ ກ່ໍມີເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນເພື່ອກາຍເປັນແບບຢ່າງພັດທະນາແບບຍືນຍົງ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກ: ເນື້ອໃນສຳຄັນກ່ຽວກັບແນວທາງແຫ່ງການພັດທະນາຂອງ ຫວຽດນາມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030, ວິໄສທັດຮອດປີ 2045 ໄດ້ຍົກສູງຄາດຫວັງ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ ແລະ ກຳນົດ: ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄຸນຄ່າວັດທະນະທຳ, ກຳລັງແຮງຂອງປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ