ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ ເລີ່ມ​ຕົ້ນ​ທຸ​ລະ​ກິດ (Startup)

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ສະເໜີວ່າ ປີ 2023, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈະສືບຕໍ່ປັບປຸງ ແລະ ປ່ຽນແປງໃໝ່ກົນໄກ, ນະໂຍບາຍທີ່ກ່ຽວຂ້ອງ ເຖິງວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ
ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ ເລີ່ມ​ຕົ້ນ​ທຸ​ລະ​ກິດ (Startup) - ảnh 1ກອງປະຊຸມຜັນຂະຫຍາຍໜ້າທີ່ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ປີ 2023

ຂໍ້ມູນຢູ່ກອງປະຊຸມຜັນຂະຫຍາຍໜ້າທີ່ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ປີ 2023 ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ຊິ່ງດຳເນີນໃນຕອນບ່າຍວັນທີ 29 ທັນວາ ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ: ປີ 2022, ຫວຽດນາມ ໄດ້ເປີດຕົວຫຼາຍເຄືອຂ່າຍໜູນຊ່ວຍ Startup ປະດິດຄິດສ້າງ ໂດຍສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງຂອງລະບົບນິເວດ Startup ປ່ຽນແປງໃໝ່ປະດິດຄິດສ້າງ. ລະບົບນິເວດ Startup ປະດິດຄິດສ້າງທົ່ວໂລກ ໄດ້ຢັ້ງຢືນວ່າ ຫວຽດນາມ ຢືນຢູ່ອັນດັບທີ 54, ເລື່ອນຂຶ້ນ 5 ຂັ້ນເມື່ອທຽບໃສ່ປີ 2021. ປັດຈຸບັນ ຫວຽດນາມ ມີ 4 ພື້ນຖານເຕັກໂນໂລຢີ ໄດ້ກຳນົດລາຄາສູງກວ່າ 1 ຕື້ USD (VNG, VNPAY, Momo, Sky Mavis) ເຊິ່ງໄດ້ຢັ້ງຢືນທີ່ຕັ້ງໃນ 3 ປະເທດນຳໜ້າກ່ຽວກັບການ Startup ປະດິດຄິດສ້າງຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແມ່ນ ຫວຽດນາມ - ສິງກະໂປ - ອິນໂດເນເຊຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ສະເໜີວ່າ ປີ 2023, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈະສືບຕໍ່ປັບປຸງ ແລະ ປ່ຽນແປງໃໝ່ກົນໄກ, ນະໂຍບາຍທີ່ກ່ຽວຂ້ອງ ເຖິງວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ຜັນຂະຫຍາຍຍຸດທະສາດພັດທະນາວິທະຍາສາດ ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຮອດປີ 2030ຢ່າງຄົບຊຸດ ແລະ ມີປະສິດທິຜົນ, ສັບຊ້ອນລະບົບອົງການວິທະຍາສາດ ແລະ ເຕັກໂນໂລຢີພາກລັດ ຕາມກາງວາງແຜນກຳນົດເຄືອຂ່າຍອົງການວິທະຍາສາດ ແລະ ເຕັກໂນໂລຢີ…

ຕອບກັບ

ຂ່າວ/ບົດ​ອື່ນ