ວັນກະຈາຍສຽງໂລກ 2023: “ກະຈາຍສຽງ ແລະ ສັນຕິພາບ”

(VOVWORLD) - ການກະຈາຍສຽງໄດ້ສະໜອງຂໍ້ມູນ, ສົ່ງເສີມການຍົກອອກຂໍ້ລິເລີ່ມກ່ຽວກັບສັນຕິພາບ, ຮຽກຮ້ອງການຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມແກ້ໄຂຄວາມແກ່ງແຍ້ງ, ການປະທະກັນ.
ວັນກະຈາຍສຽງໂລກ 2023: “ກະຈາຍສຽງ ແລະ ສັນຕິພາບ” - ảnh 1ທ່ານ Tawfik Jelassi, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບຖະແຫຼງຂ່າວ ແລະ ສື່ສານ, ອົງການ UNESCO

 

ດ້ວຍຫົວຂໍ້ວ່າ “ກະຈາຍສຽງ ແລະ ສັນຕິພາບ”, ວັນກະຈາຍສຽງໂລກ (13 ກຸມພາ) ປີນີ້ ໄດ້ເນັ້ນໜັກເປັນພິເສດເຖິງບົດບາດຂອງການກະຈາຍສຽງໃນການຊຸກຍູ້ຄວາມຜູກພັນ, ຄວາມເຂົ້າອົກເຂົ້າໃຈກັນ, ການແບ່ງປັນ, ອອກສຽງຕ້ານຄວາມບໍ່ຍຸຕິທຳໃນສັງຄົມ, ພ້ອມກັນແກ້ໄຂບັນດາຄວາມບໍ່ລົງລອຍກັນ, ຄວາມແກ່ງແຍ້ງເພື່ອມຸ່ງໄປເຖິງການສ້າງສັງຄົມສັນຕິພາບ ແລະ ຄວາມເມດຕາ.

        ທີ່ສານຍົກອອກມາໃນວັນກະຈາຍສຽງໂລກປີນີ້, ທ່ານ Tawfik Jelassi, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບຖະແຫຼງຂ່າວ ແລະ ສື່ສານ, ອົງການ UNESCO ໃຫ້ຮູ້ວ່າ: ການກະຈາຍສຽງໄດ້ສະໜອງຂໍ້ມູນ, ສົ່ງເສີມການຍົກອອກຂໍ້ລິເລີ່ມກ່ຽວກັບສັນຕິພາບ, ຮຽກຮ້ອງການຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມແກ້ໄຂຄວາມແກ່ງແຍ້ງ, ການປະທະກັນ. ການກະຈາຍສຽງຍັງໄດ້ສ້າງບັນຍາກາດໃຫ້ການໂອ້ລົມສົນທະນາ, ການແລກປ່ຽນ, ອະນຸຍາດໃຫ້ທຸກຄົນໄດ້ສະແດງທັດສະນະກ່ຽວກັບບັນດາບັນຫາທີ່ເຂົາເຈົ້າມີຄວາມສົນໃຈ.

        ເນື່ອງໃນໂອກາດນີ້, UNESCO ຮຽກຮ້ອງ ແລະ ປຸກລະດົມບັນດາວິທະຍຸກະຈາຍສຽງໃນໂລກຍົກອອກບັນດາຂໍ້ລິເລີ່ມ ແລະ ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍນີ້. ປີນີ້, ສະຖາບັນພັດທະນາການກະຈາຍສຽງ ໂທລະພາບ ອາຊີ - ປາຊີຟິກ (AIBD) ຈະຈັດກອງປະຊຸມສຳມະນາທາງໄກໃນວັນທີ 16 ກຸມພາ ດ້ວຍຫົວຂໍ້: “ມຸ່ງໄປເຖິງສັນຕິພາບ: ກຳລັງແຮງ ຂອງການກະຈາຍສຽງ”.

ຕອບກັບ

ຂ່າວ/ບົດ​ອື່ນ