ວັນ​ກະ​ວີ ຫວຽດ​ນາມ 2024: ຄ່ຳ​ຄືນ​ກະ​ວີ “ບົດ​ປະ​ສານ​ສຽງ​ແຫ່ງ​ປະ​ເທດ​ຊາດ” ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ​ຂອງ​ຊາດ

(VOVWORLD) - ຕອນຄ່ຳວັນທີ 24 ກຸມພາ, ຢູ່ພະລາດຊະວັງທັງລອງ (ຮ່າໂນ້ຍ), ໄດ້ດຳເນີນຄ່ຳຄືນກະວີດ້ວຍຫົວຂໍ້ ບົດປະສານສຽງແຫ່ງປະເທດຊາດ”  ນີ້ແມ່ນຈຸດພົ້ນເດັ່ນໃນລາຍການວັນກະວີ ຫວຽດນາມ ຄັ້ງທີ 22.
  ວັນ​ກະ​ວີ ຫວຽດ​ນາມ 2024: ຄ່ຳ​ຄືນ​ກະ​ວີ “ບົດ​ປະ​ສານ​ສຽງ​ແຫ່ງ​ປະ​ເທດ​ຊາດ” ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ​ຂອງ​ຊາດ - ảnh 1ບັນຍາກາດຂອງຄ່ຳຄືນວັນກະວີ (ພາບ: ຍືຈາງ)

ກ່າວຄຳເຫັນໄຂພິທີ, ທ່ານປະທານສະມາຄົມນັກປະພັນ ຫວຽດນາມ ຫງວຽນກວາງທ່ຽວ ຢັ້ງຢືນວ່າ ກາບກອນກະວີ ແມ່ນໜຶ່ງໃນບັນດາຈຸດຄວາມງາມທີ່ມະຫັດສະຈັນ, ປະກອບສ່ວນເຂົ້າໃນການສ້າງພື້ນຖານວັດທະນະທຳທີ່ຍິ່ງໃຫຍ່ມະຫາສານຂອງຊາດ ຫວຽດນາມ. ໃນວັນກະວີ ຫວຽດນາມ ປີນີ້, ບັນດານັກກະວີ ໄດ້ຕາງໜ້າໃຫ້ 54 ຊົນເຜົ່າ ຫວຽດນາມ ໄດ້ສະແດງບັນດາບົດກະວີບົດກາບກອນອຳມະຕະກ່ຽວກັບຄວາມງາມ ແລະ ສິດເສລີຂອງບຸກຄົນ, ຂອງຊາດຕົນ. ທ່ານປະທານສະມາຄົມນັກປະພັນ ຫວຽດນາມ ກໍປາດຖະໜາວ່າ ບັນດານັກກະວີ ຈະພ້ອມກັນສະແດງ “ບົດປະສານສຽງແຫ່ງປະເທດຊາດ” ເພື່ອໃຫ້ກາບກອນນຳເອົາຄວາມຄາດຫວັງແຫ່ງຄວາມງາມ, ສິດເສລີເຖິງທຸກໆຄົນ, ເພື່ອໃຫ້ຜູ້ຮັກມັກກະວີຄຳນຶງໄດ້ເຖິງຄວາມງາມຂອງກາບກອນ ຫວຽດນາມ, ເພື່ອໃຫ້ກະວີກາບກອນ ຍາມໃດກໍປະກົດໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ ທຸກຄົນ.

ກໍໃນວັນທີ 24 ກຸມພາ, ຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ຈັດກິດຈະກຳຕ່າງໆເພື່ອຕອບສະໜອງວັນກະວີ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ