ວັນກາບກອນ ຫວຽດນາມ: ເຊີນຊູມໍລະດົກກາບກອນ ແລະ ກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) - ວັນກາບກອນຫວຽດນາມ 2024 ໄດ້ແນະນຳຕໍ່ປະຊາຄົນບັນດາມໍລະດົກກາບກອນທີ່ລ້ຳຄ່າໃນສາງກາບກອນຂອງ 54 ຊົນເຜົ່າ ຫວຽດນາມ
ວັນກາບກອນ ຫວຽດນາມ: ເຊີນຊູມໍລະດົກກາບກອນ ແລະ ກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1ພະລາຊະວັງ ທັງລອງ, ຮ່າໂນ້ຍ
(ພາບ: TTXVN)

        ດ້ວຍຫົວຂໍ້ວ່າ “ການປະສານສຽງປະເທດຊາດ”, ວັນກາບກອນ ຫວຽດນາມ ຄັ້ງທີ 22 ຈະຈັດຂຶ້ນຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ, ແຕ່ວັນທີ 23- 24 ກຸມພາ. ຕາມທ່ານປະທານສະມາຄົມນັກປະພັນ ຫວຽດນາມ ຫງວຽນກວາງທ່ຽວ ແລ້ວ, ວັນກາບກອນຫວຽດນາມ 2024 ໄດ້ແນະນຳຕໍ່ປະຊາຄົນບັນດາມໍລະດົກກາບກອນທີ່ລ້ຳຄ່າໃນສາງກາບກອນຂອງ 54 ຊົນເຜົ່າ ຫວຽດນາມ, ໃນນັ້ນ, ຊຸມໃສ່ບັນດາບົດປະພັນດີເດັ່ນຂອງນັກກະວີທີ່ແຕ່ງກ່ຽວກັບທຳມະຊາດ, ເຂດດິນແດນ, ປະຊາຊົນບັນດາເຜົ່າ ຫວຽດນາມ.

        ລະອຽດແມ່ນ, ແຕ່ວັນທີ 23 ກຸມພາ, ມະຫາຊົນສາມາດເລີ່ມຢ້ຽມຊົມເຮືອນແຫ່ງຄວາມຊົງຈຳ ແລະ ຊອກຮູ້ກ່ຽວກັບບັນດານັກກະວີຂອງຊາດ, ພົບປະແລກປ່ຽນແນະນຳນັກປະພັນ, ບົດປະພັນຂອງນັກກະວີ. ວັນທີ 24 ກຸມພາ, ໄດ້ຈັດເຫດການຕົ້ນຕໍຂອງວັນກາບກອນ. ໃນຕອນເຊົ້າຈະຈັດການໂອ້ລົມສົນທະນາ “ຈາກຄຸນນະທາດ ຕະຫຼອດຮອດສີສັນຂອງນັກກະວີ” ແລະ ໃນຕອນຄ່ຳ ແມ່ນຄ່ຳຄືນກາບກອນ “ການປະສານສຽງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ