ວັນກາບກອນຫວຽດນາມສ້າງຄວາມປະທັບໃຈໃຫ້ຜູ້ນິຍົມກາບກອນ

ວັນກາບກອນຫວຽດນາມສ້າງຄວາມປະທັບໃຈໃຫ້ຜູ້ນິຍົມກາບກອນ - ảnh 1
ວັນກາບກອນຫວຽດນາມສ້າງຄວາມປະທັບໃຈໃຫ້ຜູ້ນິຍົມກາບກອນ
(ພາບປະ​ກອບ: tuoitre)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 22/02 (ກົງ​ກັບ​ວັນ​ທີ 15 ເດືອນ​ຈຽງ), ວັນ​ກາບກອນ ຄັ້ງ​ທີ 14 ຖືກ​ໄຂ​ຂຶ້ນ​ຢູ່ ວັນ​ມ໋ຽວ - ກ໋ວກ​ຕື​ຢ໋າມ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ) ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ໂດຍ ສະ​ມາ​ຄົມ​ນັກປະ​ພັນ​ຫວຽດ​ນາມ ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​​ກະ​ວີ, ນັກ​ປະ​ພັນວັນ​ນະ​ຄະ​ດ​ີ​ຂອງ 26 ສະ​ໂມ​ຊອນ​ກາບກອນ ແລະ ບັນ​ດາ​ຜູ້​​ນິ​ຍົມ​ກາບກອນ​ໃນ​ທົ່ວ​ປະ​ເທດ. ເນື່ອງ​ໃນ​ໂອ​ກາດນີ້, ​ກໍຍັງ​ຈັດ​ງານ​ວາງ​ສະ​ແດງ 70 ປິ​ແຫ່ງ​ກາບກອນ​ຕ້ານ​ພວກ​ລ່າ​ເ​ມືອງ​ຂຶ້ນ​ຝ​ລັ່ງ ໂດຍ​ຫໍ​ພິ​ພິດ​ຕະ​ພັນ​ວັດ​ນະ​ຄະ​ດີ​ຫວຽດ​ນາມ​ຈັດ​ຕັ້ງ, ​ຊຶ່ງຈະ​ແນະ​ນຳ​ບັນ​ດາ​ນັກ​ກະ​ວີ​ທີ່​ມີ​ຊື່​ສຽງ.

      ໃນ​ຂະ​ນະ​ນັ້ນ, ວັນ​ກາບກອນ​ຫວຽດ​ນາມ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ບໍ່​ພຽງ​ແຕ່​​ໄດ້​ດຳ​ເນີນການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ໃຫ້​ຜູ້​​ນິ​ຍົມ​ກາບກອນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ​້​ນັກ​ກະ​ວີ​ໜຸ່ມ​ສະ​ແດງ​ຄວາມ​ເກັ່ງ​ກ້າສາ​ມາດຂອງ​ຕົນ​ ແລະ ສ້າງ​ຄວາມ​ໃກ​້​ຊິດ​ກັບຜູ້ຟັງ. ນັກ​ກະ​ວີ ມິງ​ດານ, ຮັບ​ຜິດ​ຊອບ​ສະ​ໂມ​ຊອນ​ກະ​ວີ​ໜຸ່ມ​ໃຫ້​ຮູ້​ວ່າ.

      “ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ສະ​ແດງ​ລະ​ຄອນ​ກາບກອບ. ສຳ​ລັບ​ການ​ສະ​ແດງ​​ລະ​ຄອນກາບກອບ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມຸ່ງ​ໄປ​ເຖິງ​ທະ​ເລ, ໝູ່່​ເກ​າະ​ຂອງ​ປະ​ເທດ​ຊ​າດ. ສ່ວນ​ຫຼາຍ​ການເຊີນ​ກັນເຂົ້າ​ຮ່ວມ​ອ່ານ​ກາບກອນ, ປີນີ້​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວ​ໂດຍບັນ​ດາ​ໄວ​ໜຸ່ມ​ເຊີນ​​ຄົ​ນ​ລຸ້ນ​ກ່ອນ​ເຂົ້າ​ຮ່ວມ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ກະ​ວີ, ກໍ​ຄື​ແບ່ງ​ປັນຄວາມ​ຫວັງ, ຄວາມ​ໄຝ່​ຝັນ​ຂອງ​ຕົນ ເພື່ອ​ເຮັດ​ແນວ​ໃດ​ນຳ​ການ​ເຄື່ອນ​ໄຫວ​ວັນ​ນະ​ຄະ​ດີ​ຢູ່​ນະ​ຄອນ​ໃຫ້​ນັບ​ມື້ນ​ັບ​ພັດ​ທະ​ນາ”.

ຂ່າວ/ບົດ​ອື່ນ