ວັນຈັກຂຸສຳພັດໂລກ ປີ 2015 ມຸ່ງໄປເຖິງ “ ເບິ່ງແຍງດູແລຕາໃຫ້ທຸກຄົນ

ວັນຈັກຂຸສຳພັດໂລກ ປີ 2015 ມຸ່ງໄປເຖິງ “ ເບິ່ງແຍງດູແລຕາໃຫ້ທຸກຄົນ - ảnh 1
(ພາບປະກອບ)

(vovworld)-  ​​​ຕອນ​ບ່າຍ, ວັນ​ທີ 8/10, ໂຮງ​ໝໍ​ຕາ​ສູນ​ກາງ​ໄດ້​ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ ເພື່ອ​ຕອບ​ສະ​ໜອງວັນ​ຈັກ​ຂຸ​ສຳ​ພັດໂລກ ປີ 2015 ດ້ວຍ​ຫົວ​ເລື່ອງ “ ເບິ່ງ​ແຍງ​ດູ​ແລ​ຕາ​ໃຫ້​ ທຸກຄົນ” ຕາມນັ້ນ, ວັນ​ຈັກ​ຂຸ​ສຳ​ພັດໂລກ​ປີນີ້​ແມ່ນ​ກົງ​ກັບ​ວັນ​ພະ​ຫັດ ​ທີ 8/10. ເພື່ອມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ຈຸດ​ໝາຍ​ຈັກ​ຂຸ​ສຳ​ພັດ​ທົ່ວ​ໂລກ ປີ 2020, ຫວຽດ​ນາມ​​ສູ້​ຊົນ​ປະ​ຕິ​ບັດ​ຈຸດ​ໝາຍ​ລຸດ​ຜ່ອນ​ອັດ​ຕາ​ສ່ວນ​ຂອງ​ຄົນ​ຕາ​ບອດ​ໃນ​ປະ​ຊາ​ຄົມ​ລົງ​ຕ່ຳ​ກວ່າ 0.3 % ​ໃນ​ປີ 2020. ເພື່ອ​ຕອບ​ສະ​ໜອງ​ ວັນ​ຈັກ​ຂຸ​ສຳ​ພັດ​ໂລກ, ໂຮງ​ໝໍ​ຕາ​ສູນ​ກາງ​ໄດ້​ໃຫ້​ຄຳ​ປຶກ​ສາ, ກວດ​ຕາ ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ທຸກຍາກ, ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ປະ​ຕິ​ບັດການ​ຜ່າ​ຕັດ​ມະ​ນຸດ​ສະ​ທຳ​ຢູ່​ເທິງ​ລົດ​ຜ່າ​ຕັດ​ເຄື່ອນ​ທີ່​ 100 ລາຍ.

ຂ່າວ/ບົດ​ອື່ນ