ວັນຊອກຮູ້ກ່ຽວກັບຫວຽດນາມ 2019: ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດ

(VOVWORLD) -   ລາຍການ ແມ່ນໂອກາດເພື່ອໃຫ້ນັກການທູດມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫວຽດນາມ ກໍຄື ຊອກຮູ້ບັນດາຄູ່ຮ່ວມມື, ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ວັດທະນະທໍາ, ການເມືອງ, ການຕ່າງປະເທດກັບ ຫວຽດນາມ.

        ວັນທີ 24 ມັງກອນ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງລາຍການ “ວັນຊອກຮູ້ກ່ຽວກັບຫວຽດນາມ 2019” ທີ່ສະຫງວນໃຫ້ແກ່ປະຊາຄົມຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ຫວຽດນາມ, ໃນນັ້ນ ມີສະມາຊິກຂອງຄະນະການທູດ, ອົງການຕາງໜ້າການທູດ, ອົງການຈັດຕັ້ງສາກົນ, ບາງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ສູນວັດທະນະທໍາຕ່າງປະເທດ ແລະ ກຸ່ມບໍລິສັດ, ວິສາຫະກິດໃຫຍ່ຢູ່ຮ່າໂນ້ຍ ຈໍານວນໜ່ຶງ.

        ລາຍການ ແມ່ນໂອກາດເພື່ອໃຫ້ນັກການທູດມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫວຽດນາມ ກໍຄື ຊອກຮູ້ບັນດາຄູ່ຮ່ວມມື, ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ວັດທະນະທໍາ, ການເມືອງ, ການຕ່າງປະເທດກັບ ຫວຽດນາມ. ພ້ອມທັງ ເພື່ອໃຫ້ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບຄວາມເອົາໃຈໃສ່ຂອງບັນດາປະເທດອື່ນ. ນີ້ແມ່ນໂອກາດເຊື່ອມຕໍ່ກັບບັນດາເອກອັກຄະລັດຖະທູດທີ່ຫາກໍມາຮັບໜ້າທີ່ໃໝ່ ກັບບັນດາຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງ ແລະ ຜູ້ຕາງໜ້າບັນດາວິສາຫະກິດ.

        ລາຍການ “ວັນຊອກຮູ້ກ່ຽວກັບຫວຽດນາມ” ຈະສືບຕໍ່ ແມ່ນຊ່ອງຂໍ້ມູນຂ່າວສານການຕ່າງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ ກັບບັນດາປະເທດຕ່າງໆ. ຜ່ານນັ້ນ ປະກອບສ່ວນປະຕິບັດໜ້າທີ່ ແລະ ເປົ້າໝາຍຂອງຂະແໜງການທູດ 2019 ແມ່ນສ້າງ “ພື້ນຖານການຕ່າງປະເທດ ເປັນມືອາຊີບ, ທັນສະໄໝ ເທື່ອລະກ້າວ, ເໝາະສົມກັບໜ້າທີີ່່ ໃນສະພາບການໃໝ່່, ນໍາການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງກວ່າ”. 

ຕອບກັບ

ຂ່າວ/ບົດ​ອື່ນ