ວັນທີ 07/01/1979: ໄຊນະນະຂອງຄວາມເປັນທຳ, ຂອງນ້ຳໃຈ ມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ

ວັນທີ 07/01/1979: ໄຊນະນະຂອງຄວາມເປັນທຳ, ຂອງນ້ຳໃຈ ມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ - ảnh 1
​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​ເຊື້ອ​ຊາດ ​ຢູ່ຫວຽດນາມ
(ພາບປະກອບ)


(vovworld) - ວັນ​ທີ 07/01, ປະຊາຊົນ​ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້ຈັດພິທີ​ສະ​ເຫຼີມສະຫຼອງ 35 ປີ​ແຫ່ງວັນ​ທີທະຫານ​ອາສາ​ສະໝັກ​ຫວຽດນາມ ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບ​ສູນ​ເຊື້ອ​ຊາດ (07/01/1979 – 07/01/2014).

   ​ໃນ​ໜ້າພິເສດ​ທີ່​ມີຫົວ​ຂໍ້​ວ່າ “ຍ້ອງຍໍ​ສັນລະ​ເສີນ​ໄຊຊະນະ ​ແລະ ນ້ຳ​ໃຈ​ສາມັກຄີ​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ”, ໜັງສືພິມ​ປະຊາຊົນ​ໄດ້​ລົງ​ພິມ​ບົດ​ຂຽນ​ຫຼາຍ​ບົດ​ ຫວນ​ຄືນ​ບັນດາອານຸສອນກ່ຽວ​ກັບ​ຄວາມ​ສາມັກຄີ, ສັດ​ຊື່​ບໍລິສຸດຂອງ 2 ປະ​ເທດ​ໃນ​​ອະ​ດິດຕະການ ກໍ່​ຄື​ພາລະກິດ​ຟື້ນ​ຟູ ​ແລະ ພັດທະນາ​ປະ​ເທດ​ກຳປູ​ເຈຍ ​ຄື​ໃນປະຈຸ​ບັນ. ພິ​ເສດ​ບົດ​ນຳຂອງ​ໜັງສືພິມ​ປະຊາຊົນ​ດ້ວຍ​ຫົວ​ຂໍ້​ວ່າ “​ຄວາມເອກອ້າງ​ຖະໜົງ​ໃຈ​ກ່ຽວ​ກັບ​ພາລະກິດ​ເປັນ​ທຳ, ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ” ​ໄດ້ຢືນຢັນ​ວ່າ ໄຊຊະນະຕ້ານ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Polpot ​ແມ່ນ​ເຫດການ​ສຳຄັນ​ຍິ່ງໃນ​ໜ້າ​ປະຫວັດສາດ​ທີ່​ອົ່ງອາດກ້າຫານຂອງ 2 ຊາດ, ທັງ​ຊ່ວຍ​ຫວຽດນາມ ​ປົກ​ປັກ​ຮັກສາ​ຜືນ​ແຜ່ນ​ດິນ​ແດນ​ອັນ​ຄົບ​ຖ້ວນ, ທັງ​ນຳ​ປະຊາຊົນ​ກຳ​ປູ້​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບ​ສູນ​ເຊື້ອ​ຊາດ​ທີ່​ຮ້າຍ​ແຮງ​​ທີ່​ສຸດໃນ​ປະວັດ​ສາດ​ຂອງມວນ​ມະນຸດ ​ແລະ ປະຕິບັດ​ພາລະກິດ​ຟື້ນ​ຟູ, ພັດທະນາ​ປະ​ເທດ​ຊາດ. ​ໄຊຊະນະ​ກ່ອນ​ນີ້ 35 ປີ ​ແມ່ນ​ໄຊຊະນະ​ຂອງ​ຄວາມ​ເປັນ​ທຳ, ຂອງຄວາມ​ສາມັກຄີ, ສັດ​ຊື່​ບໍລິສຸດລະຫວ່າງ​ຫວຽດນາມ - ກຳປູ​ເຈຍ, ນຳ​ປະ​ຫວັດ​ສາດຂອງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່.

        ບົດ​ນຳ “​ເສີມ​ຂະຫຍາຍ​ຄູນ​ຄ່າ​ຂອງ​ໄຊຊະນະ​ປະຫວັດສາດ, ຍົກ​ສູງ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ” ຂອງ​ໜັງ​ສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ຢືນຢັນ​ວ່າ ຍາມ​ໃດ ຫວຽດນາມ ກໍ່ຢາກ​ພັດທະນາ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສືບ​ຕໍ່​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ຜູ້ນຳ​ກຳປູ​ເຈຍ ຢັ້ງຢືນ​ວ່າ: ກຳປູ​ເຈຍ ຮູ້​ບຸນຄຸນ​ພັກ, ລັດ, ປະຊາຊົນ ​ແລະ ກອງທັບຫວຽດນາມ ຕະຫຼອດ​ໄປ ທີ່​ໄດ້​ກູ້​ຊ່ວຍ​ປະ​ເທດ ​ແລະ ປະຊາຊົນ ກຳປູ​ເຈ​ຍ ຫລຸດ​ພົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ, ​ເພື່ອ​ໃຫ້ປະ​ເທດ ກຳປູ​ເຈຍ ​ໄດ້​ຟື້ນ​ຕົວ ​ແລະ ພັດທະນາ​ຄື​​ໃນ​ທຸກ​ວັນ​ນີ້. ທ່ານ​ນາງ Men Sam An , ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ ກຳປູ​ເຈຍ - ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​​ເຊິ່ງ​ຕໍ່ບັນດາ​ພະນັກງານ, ທະຫານ​ອາສາ​ສະ​ໝັກ ຫວຽດນາມ ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປະ​ເທດ ກຳປູ​ເຈຍ. ຖ້າ​ຫາກ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ທະຫານ​ອາສາ​ສະໝັກ ຫວຽດນາມ ຈະ​ບໍ່​ມີ​ປະ​ເທດ ກຳປູ​ເຈຍ ຄື​ປະຈຸ​ບັນ. ດັ່ງ​ນັ້ນ, ປະຊາຊົນ 2 ປະ​ເທດຕ້ອງສືບ​ຕໍ່​ຮັກສາ​ຜົນງານ, ຄວາມ​ສາມັກຄີ, ການ​ຮ່ວມ​ມື​ນັບ​ມື້​​ໃຫ້ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ​ກ່ວາ​ອີກ”

ທ່ານ Chum Mey, ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ລະບອບ​ດັບ​ສູ​ນ​ເຊື້ອ​ຊາດ Pol Pot, ​ໄດ້​ຈົດຈຳຈຸດ​ເວລາ​ທີ່​ທະຫານ ຫວຽດນາມ ​ໄດ້​ກູ້​ຊ່ວຍ​ທ່ານ​ຢູ່​ຄຸກ Tuon Sleng ຂອງ ຂະ​ເມ ​ແດງ. ມີ​ທະຫານ​ຫວຽດນາມຜູ້​ໜຶ່ງ​ຊື່ ດົງ ​ໄດ້​.​​.​.​.​..​ເສື້ອ​ໃຫ້​ທ່ານ. ​ທ່ານ Chum Mey ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ກ່ຽວ​ກັບການ​ພົວພັນລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ. ຂ້າພະ​ເຈົ້າ​ຮູ້​ວ່າ: ມີ​ພຽງ ຫວຽດນາມ ຈຶ່ງ​ຊ່ວຍ​ເຫຼືອ ກຳປູ​ເຈຍ ​ໄດ້. ​ຫວຽດນາມ ​ໄດ້ຊ່ວຍ​ເຫຼືອ​ ກຳປູ​ເຈຍ ຢ່າງ​ທັນ​ການ. ພວກ​ຂ້າພະ​ເຈົ້າ​ຂໍ້​ສະ​ແດງ​ຄວາມຮູ້​ບຸນຄຸນ​ຕໍ່ປະຊາຊົນ ​ແລະ ທະຫານ ຫວຽດນາມ ​​ເຊິ່ງໄດ້​ຊ່ວຍ​ເຫຼືອ​ປະຊາຊົນ ​ແລະ ປະ​ເທດ ກຳປູ​ເຈຍ”

      ແລະ ໃນ​ຕອນ​ເຊົ້າ​ວັນ​ທີ 07/01, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ, ບັນດາ​ນາຍ​ພົນ, ພະນັກງານ​ຂັ້ນ​ສູງ, ອະດີດ​ຜູ້​ຊ່ຽວຊານ, ອະດີດ​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ ທິດຕາ​ເວັນ​ຕົກ - ພາກ​ໃຕ້​ຫວຽດນາມ.

     ທີ່​ພິທີ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ, ​ໄຊຊະນະ​ຕໍ່​ພວກປະຕິ​ການ Polpot ວັນ​ທີ 07/01/1979 ຂອງ​ປະຊາຊົນ​ກຳປູ​ເຈຍ ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍຂອງ​ບັນດາ​ຜູ້​ຊ່ຽວຊານ ​ແລະ ທະຫານ​ອາສາ​ສະໝັກ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ພົນ​ຕີ ຟ້າ​ມວັນ​ຢີ້, ກຳມະການ​ການ​ເມືອງ​ທະຫານ​ເຂດ 7, ​ເນັ້ນ​ໜັກ​ວ່າ.

   “ຕ້ອງ​ສືບ​ຕໍ່​ສຶກສາ​ຈິດ​ໃຈ​ສາກົນ​ທີ່​​ໂປ່​ງ​ໄສ “ຊ່ວຍ​ເພື່ອນ​ກໍ່​ຄື​ຊ່ວຍ​ຕົນ​ເອງ”, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ​ເຂດ​ທະຫານ​ ກັບ​ອຳນາດ​ການ​ປົກຄອງ ​ແລະ ກອງທັບ​ກຳປູ​ເຈຍ, ​ປະກອບສ່ວນຮັກສາ​ຄວາມ​ສະຖຽນ​ລະ​ພາບ​​ເຂດຊາຍ​​ແດນ, ສັນຕິພາບ, ມິດຕະພາບ ​ເພື່ອສືບ​ຕໍ່​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ”.

     ໃນວັນດຽກັນ, ປະຊາຊົນ​ກຳປູ​ເຈຍ ​ກໍ່ໄດ້ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​ເຊື້ອ​ຊາດ ​ຂະແມ​ແດງ (07/01/1979 – 07/01/2014) ຢ່າງ​ສົມ​ກຽດ. ພິທີ​ສະ​ເຫຼີ​ມສະຫຼອງວັນ​ໂຄ່ນ​ລົ້ມລະບອບ​ດັບ​ສູນ​ເຊື້ອ​ຊາດ ຂະແມ​ແດງ ຖືກ​ດຳ​ເນີນ​​ຢູ່​ສູນ​ການຄ້າ, ວາງສະ​ແດງ, ​ເຂດບັນ​ເທິງຢູ່​ເກາະ Koh Pich, ນະຄອນຫຼວງ ພະນົມ​ເປັນ. ພ້ອມ​ກັບ​ພິທີ​ໂດ​ຍສູນ​ກາງ​ພັກປະຊາຊົນ​ກຳປູ​ເຈຍ ຈັດ​ຕັ້ງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ​ອົງ​ຄະນະ​ພັກ​ປະຊາຊົນ​ກຳປູ​ເຈຍ ຢູ່ 23 ​ແຂວງ, ນະຄອນ​ຍັງ​​ເຫຼືອ​ໃນ​ທົ່ວ​ປະ​ເທດ ກໍ່​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ຢ່າງ​ສົມ​ກຽດ​ເຊັ່ນ​ດຽວ​ກັນ. ພິທີ​ສະ​ເຫຼີ​ມສະຫຼ​ອງກໍ່​ແມ່ນ​​ອກາດ​ເພື່ອ​ມ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ກຳ​ປູ​ເຈຍ ຕອບ​ບຸນ​ແທນ​ຄຸນການ​ຊ່ວຍ​ເຫຼືອ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ​​ເພື່ອ​ໃຫ້​ປະຊາຊົນ​ກຳປູ​ເຈຍ ຍາດ​ເອົາ​ໄຊຊະນະໃນ​ການ​ຕ້ານລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot.

ຂ່າວ/ບົດ​ອື່ນ