ວັນ​ທີ 11 ມີ​ນາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ 169.000 ຄົນ

(VOVWORLD) -ມາຮອດປັດຈຸບັນ ມີ 62/63 ແຂວງ, ນະຄອນ ມີອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ເຂັມ 2 ສູງກວ່າ 90% ສຳລັບຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ. 
ວັນ​ທີ 11 ມີ​ນາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ 169.000 ຄົນ - ảnh 1(ພາບ: TTXVN)

  ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ວັນທີ 11 ມີນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 169.114 ຄົນ ຢູ່ 61 ແຂວງ, ນະຄອນ, ມີຜູ້ເສຍຊີວິດ 71 ຄົນ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີກວ່າ 74.000 ຄົນ.

        ກ່ຽວກັບສະພາບການສັກວັກຊິນ, ມາຮອດປັດຈຸບັນ ມີ 62/63 ແຂວງ, ນະຄອນ ມີອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ເຂັມ 2 ສູງກວ່າ 90% ສຳລັບຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ. ສ່ວນຈຳນວນວັກຊິນກັນພະຍາດໂຄວິດ - 19 ທີ່ສັກໃຫ້ເດັກມີອາຍຸແຕ່ 12 – 17 ປີ ແມ່ນ 17 ລ້ານກວ່າໂດສ ແລະ ມີ 57/63 ແຂວງ, ນະຄອນ ໄດ້ສັກຄົບ 2 ເຂັມ ບັນລຸອັດຕາກວ່າ 90% ແລ້ວ.

        ກະຊວງສາທາລະນະສຸກ ພວມຊຸກຍູ້ເພື່ອຜັນຂະຫຍາຍແຜນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກອາຍຸແຕ່ 5 – 11 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ