ວັນທີ 19 ຕຸລາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນ 3.034 ຄົນ

(VOVWORLD) -ນັບແຕ່ເວລາ 18 ໂມງ ຂອງວັນທີ 18 ຕຸລາ ຫາ ເວລາ 18 ໂມງຂອງວັນທີ 19 ຕຸລາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.034  ຄົນ, ໃນນັ້ນມີ 7 ກໍລະນີມາຈາກຕ່າງປະເທດ.
ວັນທີ 19 ຕຸລາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນ 3.034 ຄົນ - ảnh 1ພາບປະກອບ

     ບັນດາທ້ອງຖິ່ນທີ່ມີຈຳນວນຜູ້ຕິດເຊື້ອຫຼຸດລົງຫຼາຍເມື່ອທຽບໃສ່ມື້ກ່ອນ, ນັ້ນແມ່ນ ນະຄອນໂຮ່ຈິມິນ, ແຂວງດັກລັກ, ກາເມົາ.

           ເປັນອັນວ່າ ໄລຮອດວັນທີ 17 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 870.255  ຄົນ

       ໃນວັນທີ 19 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.866 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 794.846 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 75 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 21.344 ຄົນ

ຕອບກັບ

ຂ່າວ/ບົດ​ອື່ນ