ວັນທີ 19 ສິງຫາ,ໄຂງານມະຫາກຳກິລາSeaGames29

(VOVWORLD) -ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (Sea Games 29) ໄດ້ດຳເນີນໃນຕອນຄ່ຳວັນທີ 19 ສິງຫາ ຢູ່ ສະຫນາມກິລາ Bukit Jalil ປະເທດ ມາເລເຊຍ. 
ວັນທີ 19 ສິງຫາ,ໄຂງານມະຫາກຳກິລາSeaGames29 - ảnh 1 ສະມາຊິກຄະນະນັກກິລາຫວຽດນາມຖ່າຍຮູບກັບກອງເຊຍ

ຕາມທ່ານ Brig Gen KHairy Jamaludedin ລັດຖະມົນຕີຊາວຫນຸ່ມ ແລະ ກິລາ ມາເລເຊຍ ແລ້ວ, ພິທີໄຂແມ່ນໂອກາດເພື່ອເຊີດຊູບັນດານັກກິລາດີເດັ່ນ ທີ່ໄດ້ມີການອຸທິດສ່ວນໃຫ້ແກ່ການພັດທະນາກິລາ ຂອງ ມາເລເຊຍ ເວົ້າສະເພາະ ແລະ ກິລາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ. ຄາດວ່າ ຈະມີຜູ້ເຂົ້າຊົມປະມານ 84.000 ຄົນ ຢູ່ສະຫນາມກິລາ Bukit Jalil ເພື່ອຕິດຕາມເຫດການນີ້.

ແລະກໍ່ໃນວັນດຽວກັນ, ຄະນະນັກກິລາຫວຽດນາມ ມີນັກກິລາ 4 ຄົນເຂົ້າຮ່ວມການແຂ່ງຂັນປະເພດກິລາ marathon. ນັກກິລາ ຮ່ວາງທິແທງ ຢືນອັນດັບທີສອງ ແລະ ຄວ້າໄດ້ຫລຽນເງິນທີສາມໃຫ້ແກ່ຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມ Sea Games 29.ໄລ່ຮອດຕອນບ່າຍວັນທີ 19 ສິງຫາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫລຽນເງິນ 3 ຫລຽນ, ຫລຽນທອງ 1 ຫລຽນ.

ຕອນຄ່ຳວັນດຽວກັນ, ທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ພ້ອມກັບສະມາຊິກຄະນະນັກກິລາຫວຽດນາມ 300 ຄົນເຂົ້າຮ່ວມພິທີໄຂ Sea Games 29.

ຕອບກັບ

ຂ່າວ/ບົດ​ອື່ນ