ວັນ​ທີ 23 ກໍ​ລະ​ກົດ, ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງຈະ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.​ໂອ​ຕາ​ລິດ

(VOVWORLD) - ໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ການພົວພັນ ຫວຽດນາມ ແລະ ສ.ໂອຕາລິດມີຫຼາຍໂອກາດພັດທະນາຢູ່ຫຼາຍຂົງເຂດ.
ວັນ​ທີ 23 ກໍ​ລະ​ກົດ, ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງຈະ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.​ໂອ​ຕາ​ລິດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ຫງວຽນຈຸງກຽນ ຕອບສຳພາດຂອງນັກຂ່າວ VOV

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ໂອຕາລິດ Alexander Van der Bellen, ວັນທີ 23 ກໍລະກົດ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ຈະເລີ່ມຕົ້ນການຢ້ຽມຢາມ ສ.ໂອຕາລິດຢ່າງເປັນທາງການເປັນເວລາ 3 ວັນ. ໂດຍຕອບສຳພາດຂອງນັກຂ່າວ VOV ປະຈຳ ສ.ເຊັກໂກ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ຫງວຽນຈຸງກຽນ ຊີ້ແຈ້ງວ່າ:

ເລື່ອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄປຢ້ຽມຢາມ ໂອຕາລິດເປັນການຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບກັບ ໂອຕາລິດ, ຍາມໃດກໍ່ມຸ່ງໄປເຖິງອະນາຄົດຂອງການພົວພັນ, ອີງຕາມບັນດາພື້ນຖານແມ່ນການພົວພັນພົບປະແລກປ່ຽນປະຊາຊົນ, ການພົວພັນຮ່ວມມືດ້ານວັດທະນະທຳ, ການສຶກສາ - ບຳລຸງສ້າງ ແລະ ການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດກໍ່ຢັ້ງຢືນວ່າ ໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ການພົວພັນ ຫວຽດນາມ ແລະ ສ.ໂອຕາລິດມີຫຼາຍໂອກາດພັດທະນາຢູ່ຫຼາຍຂົງເຂດ, ນຳຜົນປະໂຫຍດລວມມາໃຫ້ທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ