ວັນທີ 3 ມີນາ: ວັນສັດປ່າ, ພືກສາຊາດໂລກ

(VOVWORLD) - ຄະນະເລຂາ ສົນທິສັນຍາກ່ຽວກັບການຄ້າສາກົນ ບັນດາປະເພດສັດປ່າ, ພຶກສາຊາດ (CITES) ຕັດສິນໃຈເລືອກເອົາຫົວຂໍ້ໃຫ້ວັນນີ້, ແມ່ນ: “ການເຊື່ອມຕໍ່ມະນຸດ ແລະ ໜ່ວຍໂລກ: ຄົ້ນຫາການປ່ຽນໃໝ່ເຕັກໂນໂລຊີດີຈີຕອນໃນການອະນຸລັກຮັກສາສັດປ່າ-ພຶກສາຊາດ”.

ວັນທີ 3 ມີນາ, ແມ່ນວັນສັດປ່າ, ພືກສາຊາດໂລກ, ນີ້ແມ່ນໂອກາດເພື່ອ “ເຊີດຊູ” ຄວາມເປັນຫຼາຍຮູບຫຼາຍສີຂອງທຳມະຊາດ ແລະ ຍົກສູງສະຕິ ກ່ຽວກັບບັນດາຜົນປະໂຫຍດໃຫຍ່ຫຼວງຂອງວຽກງານອະນຸລັກຮັກສາສັດປ່າ, ພຶກສາຊາດ ສຳລັບມະນຸດ. ນີ້ແມ່ນໂອກາດເພື່ອຕັກເຕືອນມະນຸດຕ້ອງກະທຳຢ່າງຮີບດ່ວນເພື່ອຕ້ານອາດຊະຍາກຳຊື້ຂາຍສັດປ່າ, ພຶກສາຊາດ ແລະ ສະກັດກັ້ນເລື່ອງຫລຸດຜ່ອນຈຳນວນສັດປະເພດຕ່າງໆ.

          ປີນີ້, ຄະນະເລຂາ ສົນທິສັນຍາກ່ຽວກັບການຄ້າສາກົນ ບັນດາປະເພດສັດປ່າ, ພຶກສາຊາດ (CITES) ຕັດສິນໃຈເລືອກເອົາຫົວຂໍ້ໃຫ້ວັນນີ້, ແມ່ນ: “ການເຊື່ອມຕໍ່ມະນຸດ ແລະ ໜ່ວຍໂລກ: ຄົ້ນຫາການປ່ຽນໃໝ່ເຕັກໂນໂລຊີດີຈີຕອນໃນການອະນຸລັກຮັກສາສັດປ່າ-ພຶກສາຊາດ”. ດ້ວຍຫົວຂໍ້ນີ້, ເຫດການຍົກສູງການໝູນໃຊ້ໃໝ່ສຸດຂອງເຕັກໂນໂລຊີດີຈີຕອນ ໃນການເຄື່ອນໄຫວອະນຸລັກຮັກສາສັດປ່າ-ພຶກສາຊາດກໍ່ຄືຜົນສະທ້ອນຂອງບັນດາມາດຕະການດີຈີຕອນຕໍ່ໍຊີວະນາໆພັນ ແລະ ປະຊາຄົມໃນໂລກ.

ໃນສານເນື່ອງໃນໂອກາດວັນສັດປ່າ - ພືກສາຊາດໂລກປີນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຊີ້ແຈ້ງວ່າ ເມື່ອໄດ້ນຳໃຊ້ ຢ່າງມີຄວາມຮັບຜິດຊອບ, ຍືນຍົງ ແລະ ຍຸຕິທຳນັ້ນ, ບັນດາເຕັກໂນໂລຊີດີຈີຕອນຈະມີຄວາມສາມາດບົ່ມຊ້ອນຫັນວຽກງານອະນຸລັກຮັກສາເປັນການປະຕິວັດ. ແຕ່ເຖິງຢ່າງໃດກໍ່ຕາມ, ນີ້ພຽງແມ່ນອຸປະກອນໜູນຊ່ວຍ, ຫາກບໍ່ແມ່ນມາດຕະການຮອບດ້ານ. ທ່ານ Guterres ເນັ້ນໜັກວ່າ: ມະນຸດຍັງມີບັນດາຄວາມມານະພະຍາຍາມເພື່ອແນໃສ່ຍູ້ຖອຍໄພສູນພັນຂອງສັດປ່າ,ພຶກສາຊາດ ໃນໜ່ວຍໂລກ ແລະ ສ້າງອະນາຄົດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ