ວັນທີ 7 ພະຈິກ, ສະພາແຫ່ງຊາດສືບຕໍ່ເຮັດວຽກທີ່ຫໍປະຊຸມ

(VOVWORLD) - ຮອດໄລຍະປະຈຸບັນ, ກະຊວງໄດ້ສ້າງສຳເລັດຕາຕະລາງຕຳແໜ່ງງານແລ້ວ. ຕາມນັ້ນແລ້ວ, ອົງການຈັດຕັ້ງບໍລິຫານແມ່ນ 866 ຕຳແໜ່ງ, ຫົວໜ່ວຍບໍລິຫານແມ່ນ 615 ຫົວໜ່ວຍ, ພະນັກງານ, ພາລະກອນຂັ້ນຕາແສງແມ່ນ 17 ຕຳແໜ່ງ.
ວັນທີ 7 ພະຈິກ, ສະພາແຫ່ງຊາດສືບຕໍ່ເຮັດວຽກທີ່ຫໍປະຊຸມ - ảnh 1ການເຮັດວຽກຂອງສະພາແຫ່ງຊາດ ໃນວັນທີ 7 ພະຈິກ

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 7 ພະຈິກ, ທີ່ຫໍປະຊຸມ ຢຽນຮົ່ງ, ບັນດາ ສສຊ ໄດ້ຊັກຖາມບັນດາສະມາຊິກລັດຖະບານ ກ່ຽວກັບບັນດາບັນຫາໃນຂົງເຂດຍຸຕິທຳ, ຂະແໜງພາຍໃນ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຂະແໜງການກວດກາ, ສານ, ການຄວບຄຸມ ແລະ ກວດສອບແຫ່ງລັດ.

        ເມື່ອເຕື້ອງເຖິງການແຕ່ງຕັ້ງ, ຊັບຊ້ອນວຽກງານເພື່ອດັດປັບເງິນເດືອນ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ: ຮອດໄລຍະປະຈຸບັນ, ກະຊວງໄດ້ສ້າງສຳເລັດຕາຕະລາງຕຳແໜ່ງງານແລ້ວ. ຕາມນັ້ນແລ້ວ, ອົງການຈັດຕັ້ງບໍລິຫານແມ່ນ 866 ຕຳແໜ່ງ, ຫົວໜ່ວຍບໍລິຫານແມ່ນ 615 ຫົວໜ່ວຍ, ພະນັກງານ, ພາລະກອນຂັ້ນຕາແສງແມ່ນ 17 ຕຳແໜ່ງ. ໝາກຜົນດັ່ງກ່າວຈະຮັບປະກັນການຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານກ່ຽວການຈ່າຍເງິນເດືອນຕາມຕຳແໜ່ງງານໃນລະບົບອົງການຂອງລັດ.

        ກ່ຽວກັບການຈ່າຍເງິນເດືອນຕາມຕຳແໜ່ງງານ ອາດສາມາດຕອບສະໜອງບັນດານະໂຍບາຍດັດປັບເງິນເດືອນແຕ່ວັນທີ 1 ກໍລະກົດ ຈະມາເຖິງ, ທ່ານນາງລັດຖະມົນຕີ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ:

  “ກະຊວງຈະເປັນເສນາທິການໃຫ້ແກ່ລັດຖະບານ, ເປັນເສນາທິການໃຫ້ແກ່ຄະນະຊີ້ນຳກ່ຽວກັບຕຳແໜ່ງງານຜັນຂະຫຍາຍຢ່າງທັນການໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວຈະປະກອບສ່ວນປະຕິບັດວິວັດການດັດປັບເງິນເດືອນເຊິ່ງ ສະພາແຫ່ງຊາດຈະຕັດສິນໃນກອງປະຊຸມຄັ້ງນີ້”.

        ກ່ອນໜ້ານັ້ນ, ບັນດາ ສສຊ ໄດ້ສືບຕໍ່ຊັກຖາມບັນດາສະມາຊິກລັດຖະບານທີ່ຮັບຜິດຊອບບັນດາຂົງເຂດອຸດສາຫະກຳ, ກະສິກຳ ແລະ ພັດທະນາຊົນນະບົດ, ຄົມມະນາຄົມຂົນສົ່ງ, ກໍ່ສ້າງ, ຊັບພະຍາກອນ ແລະ ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ