ວັນທີ15ສະພະແຫ່ງຊາດເລີ່ມຕົ້ນການຊັກຖານບັນດາສະມາຊິກລັດຖະບານ

ວັນທີ15ສະພະແຫ່ງຊາດເລີ່ມຕົ້ນການຊັກຖານບັນດາສະມາຊິກລັດຖະບານ - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14

(vovworld) - ​ເລີ່​ມ​ແຕ່ຕອນ​ເຊົ້າ​ວັນ​ທີ 15/11, ​ເນື້ອ​ໃນ​ການ​ຊັກ​ຖານ​ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງການ. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 2 ມື້​ເຄິ່ງ, ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ​​ດຳ​ເນີນ​ການ​ຊັກ​ຖານ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ພ້ອມ​ກັບ​ລັດຖະມົນຕີ 4 ທ່ານ: ລັດຖະມົນຕີກະຊວງອຸດສາຫະກຳ​ການຄ້າ; ລັດຖະມົນ​ຕີ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ; ລັດຖະມົນຕີ​ກະຊວງສຶດສາ ​ແລະ ບ​ຳລຸງ​ສ້າງ; ລັດຖະມົນຕີ​ກະຊວງ​ພາຍ​ໃນ. ບັນດາວາລະ​ຊັກ​ຖານ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການຖ່າຍ​ຖອດ​ສົດ​ທາງ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕິດຕາມ.

        ​ຄາດ​ຄະ​ເນວ່າ ບັນດາໝວດບັນ​ຫາ​ຈະ​ຖືກຊັກ​ຖາມ​ລວມມີ: ວິທີ​ການ​ແກ້​ໄຂ​ບັນດາ​ໂຄງການ, ​ໂຮງງານຫຼຸບ​ທຶນ, ບໍ່​ມີ​ປະສິດທິ​ຜົນ; ​ຄວບ​ຄຸມ​ການຟຸມ​ເຟືອຍ​ໃນ​ການ​ລົງທຶນ​ພາກ​ລັດ​; ສະພາບ​ການ​ປະຕິບັດ​ໂຄງການ​ປະຕິ​ຮູບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ; ຄຸນ​ນະພາ​ບພະນັກງານ, ລັດຖະກອນ; ພາລະ​ກອນ, ການປ່ຽນ​ໃໝ່​ວຽກ​ງານ​ວາງ​ແຜນ​, ຜັດປ່ຽນ ​ແລະ ແຕ່​ງຕັ້ງ​ພະນັກ​ງານ…​ໃນ​ວິວັດ​ທີ່​ບັນດາ​ລັດຖະມົນຕີ​ຕອບ​ຄຳ​ຊັກ​ຖາມ, ບັນດາ​ຮອງ​ນາຍົກລັດຖະມົນຕີ​ຮັບຜິດຊອບ​ ສາມາດ​ເຂົ້າຮ່ວມ​ການ​ອະພິປາຍ, ​ເຮັດ​ແຈ້ງ​ເນື້ອ​ໃນ​ເຊິ່ງສະມາຊິກ​ສະພາ​ແຫ່ງ​ຊາດ​ມີ​ຄວາມເອົາ​ໃຈ​ໃສ່.

ຂ່າວ/ບົດ​ອື່ນ