ວັນທີ22/8,ມາເລເຊຍ ຈັດຕັ້ງພິທີງານສົບລະດັບຊາດອາໄລຫາບັນດາຜູ້ຖືກອຸບັດຕິເຫດຂອງເຮືອບິນMH17

ວັນທີ22/8,ມາເລເຊຍ ຈັດຕັ້ງພິທີງານສົບລະດັບຊາດອາໄລຫາບັນດາຜູ້ຖືກອຸບັດຕິເຫດຂອງເຮືອບິນMH17 - ảnh 1
ເວລາ 10 ​ໂມງ​ເຊົ້າ​ວັນ​ທີ 22/8, ​ຖ້ວຍ​ບິນ​ພິ​ເສດ MAS 747 ທີ່ຂົນ​ສົ່ງ​ ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ 20 ຄົນ​ໄດ້​ລົງຈອດ​ຢູ່​ສະໜາມ​ບິນ​ສາກົນ Kuala Lumpur
(ພາບ: citinews.net)

(vovworld) – ພິທີງານ​ສົບ​ລະດັບ​ຊາດ​ອາ​ໄລ​ຫາ​ບັນດາ​ຜູ້​ຖືກ​ອຸບັດ​ຕິ​ເຫດຂອງ​ເຮືອ​ບິນ MH 17, ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 22/8, ຢູ່​ມາ​ເລ​ເຊຍ. ມີ​ພົນທະຫານ 300 ຄົນ​ຈາກ 12 ກອງພົນ​ນ້ອຍ​ທະຫານ​ບົກ​ໄດ້​ປະຕິບັດ​ໜ້າ​ທີ່​ເພື່ອ​ຮັບປະກັນ​ໃຫ້​ພິທີ​ຕ້ອນຮັບ​ສົບ​ຂອງ​ຜູ້​ປະສົບ​​ເຄາະ​ຮ້າຍ. ​ເວລາ 10 ​ໂມງ​ເຊົ້າ​ວັນ​ທີ 22/8, ​ຖ້ຽວ​ບິນ​ພິ​ເສດ MAS 747 ທີ່ຂົນ​ສົ່ງ​ ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ 20 ຄົນ​ໄດ້​ລົງຈອດ​ຢູ່​ສະໜາມ​ບິນ​ສາກົນ Kuala Lumpur. ​ໃນ​ນັ້ນມີ ສົບ​ຂອງຜູ້​ໂດຍສານ 11 ຄົນ​​, ​ຂອງ​ຈຸ​ບິນ 9 ຄົນ ​ແລະ ລາຍ​ຊື່​ຂອງ​ເຂົາ​ເຈົ້າ​ໄດ້​ປະກາດ​ກ່ອນ​ນັ້ນ​ແລ້ວ. ລັດຖະບານ ມາ​ເລ​ເຊຍ ຮຽກ​ຮ້ອງ ປະຊາຊົນ ພ້ອມ​ກັນ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ, ​ເຄົາລົບ​ສຳລັບ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ອຸບັດ​ຕິ​ເຫດ​ເຮືອບິນ​ MH17 ຕົກດ້ວຍ​ວິທີກົ້ມ​ຫົວ​ໄວ້ອາ​ໄລ​ເມື່ອສົບຂອງ​ເຂົາ​ເຈົ້າ​​ກັບ​ມາ​ຮອດ​ບ້ານໜຶ່ງ​ນາທີ.

    ວັນ​ທີ 22/8/2014, ຈະ​ກ້າວ​ເຂົ້າ​ສູ່​ປະຫວັດສາດ ມາ​ເລ​ເຊຍ ຄື​ພິທີ​ງານ​ສົບ​ລະດັບຊາດ​ທຳ​ອິດ​ສຳລັບສາມັນ​ຊົນ. ກ່ອນໜ້າ​ນັ້ນ, ພິທີງານ​ສົບລະດັບ​ຊາດ​ພຽງ​ແຕ່​ສະຫງວນ​ໃຫ້​ເຈົ້າ​ຊີວິດ ​ແລະ ບັນດາ​ການ​ນຳ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ​ເທົ່າ​ນັ້ນ.



ຂ່າວ/ບົດ​ອື່ນ