ວັນບຸນ “ໄວໜຸ່ມຕອບບຸນແທນຄຸນ”

ວັນບຸນ “ໄວໜຸ່ມຕອບບຸນແທນຄຸນ”  - ảnh 1
ພິທີ “ ​ໄຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອຊາດ” ຢູ່ເຂດ​ສຸສານ ວິ​ຊວຽນ ທີ່​ແຂວງ​ຮ່າ​ຢາງ

(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດ ເພື່ອຊາດ(27/7/1947-27/7/2014), ຕອນຄ່ຳວັນທີ 26/7, ຢູ່​ເຂດ​ສຸສານ ວິ​ຊວຽນ ທີ່​ແຂວງ​ຮ່າ​ຢາງ ​ໄດ້​ຈັດ​ໃຫ້​ມີ        ວັນ​ບຸນ “​ໄວ​ໜຸ່ມ​ຕອບ​ບຸນ​ແທນ​ຄຸນ” ​ແລະ ພິທີ “ ​ໄຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອຊາດ”.

   ບັນດາ​ຊາວ​ໜຸ່ມ, ​ໄວ​ໜຸ່ມ ​ແລະ ຜູ້​ຄົນ​ທັງ​ຫຼາຍ​ໄດ້​ໄຕ້​ທຽນ, ຖະຫວາຍ​ດອກ​ໄມ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື ​ແລະ ຮູ້​ບຸນຄຸນ​ຢ່າງ​ລົ້ນ​ເຫຼືອ​ຕໍ່ ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ເລຂາ​ທີ່ 1 ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຫງວຽນ​ດັກ​ວິ​ງ ​ສະ​ເໜີ​ວ່າ :

    “ ລຸ່ນພໍ່​ລຸ່ນອ້າຍ​ຂອງ​ພວກ​ເຮົາ​ໄດ້​ເສຍສະຫຼະ​ຊີວິດ​ເພື່ອປົກ​ປັກ​ຮັກສາ​ເອກະລາດ, ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ; ທົ່ວ​ທັງ​ຊາດ​ພວມ​ຝາກຝັງ​ຄວາມ​ຫວັງ​ຕໍ່​ໄວ​ໜຸ່ມ​ລຸ​່ນປະຈຸ​ບັນ ຈົ່ງ ພະຍາຍາມຮ່ຳຮຽນ, ອອກ​ແຮງ​ງານ, ອຸທິດ​ສ່ວນ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ ທັດ​ທຽມ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະທານ​ໂຮ່ຈິ​ມິນ”

ຂ່າວ/ບົດ​ອື່ນ