ວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ແຂວງ ລ້າງເຊີນ

(VOVWORLD) - ວັນທີ 17 ພະຈິກ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເຂົ້າຮ່ວມວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ບ້ານ ເຍີນຮ່ວາ, ຕາແສງ ຮ່ວາງວັນທຸ, ເມືອງ ວັນຫລາງ, ແຂວງ ລ້າງເຊີນ.
ວັນບຸນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ແຂວງ ລ້າງເຊີນ - ảnh 1 ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ (ພາບ: TTXVN)

ທີ່ວັນບຸນ, ທ່ານນາງ ເຈືອງທິມາຍ ຮັບຮູ້, ຍ້ອງຍໍ ແລະ ຕີລາຄາສູງບັນດາໝາກຜົນດີເດັ່ນ ເຊິ່ງບ້ານ ເຍີນຮ່ວາ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ປະຊາຊົນບ້ານ ເຍີນຮ່ວາ ສືບຕໍ່ແຂ່ງຂັນພັດທະນາການຜະລິດ, ສ້າງສະພາບແວດລ້ອມວັດທະນະທຳປອດໃສ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ…
ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ມອບທຶນສຶກສາ 50 ທຶນ (ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ) ໃຫ້ນັກຮຽນຂອງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນຕາແສງ ຮ່ວາງວັນທຸ.

ຕອບກັບ

ຂ່າວ/ບົດ​ອື່ນ