ວັນບຸນຊາວຫນຸ່ມບໍລິຈາກເລືອດໂດຍສະໝັກໃຈ,Festival ຊາວຫນຸ່ມນະຄອນຫລວງມີຫົວຄິດປະດິດສ້າງ

ວັນບຸນຊາວຫນຸ່ມບໍລິຈາກເລືອດໂດຍສະໝັກໃຈ,Festival ຊາວຫນຸ່ມນະຄອນຫລວງມີຫົວຄິດປະດິດສ້າງ - ảnh 1
ພາບ​ປະ​ກອບ:chinhphu.vn

(vovworld)-​​ ຕອນ​ເຊົ້າ​ວັນ​ທີ 25/10, ຄະ​ນະ​ຊາວ​ຫນຸ່ມ-ສະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄ​ື່ອນ​ໄຫວ​ຫລາຍ​ຢ່າງ​ໃຫ້​ແກ່​ຊາວ​ຫນຸ່ມ​ນະ​ຄອນ​ຫລວງ. ເຫດ​ການ “ວັນ​ບຸນ Festival ຊາວ​ຫນຸ່ມ​ນະ​ຄອນ​ຫລວງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ” ໄດ້​ດຶງ​ດູດ​ນັກ​ສຶ​ກ​ສາ ແລະ ຊາວ​ຫນຸ່ມ​ໃນ​ນະ​ຄອນ​ຫລວງ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພ້ອມ​ກັນ​ນັ້ນ ລາຍ​ການ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ໂດຍ​ສະ​ໝັກ​ໃຈ​ຂອງ​ຊາວ​ຫນຸ່ມ ນະ​ຄອນ​ຫລວງ ໄດ້​ປະ​ຕິ​ບັດ​ແຕ່ 8ໂມງ​ເຊົ້າ. ອ້າຍ ຈື​ເຍີດ​ເຫີບ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫນຸ່ມ ຂົນ​ຂວາຍ​ການບ​ໍ​ລິ​ຈາກ​ເລືອດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ວັນ​ທີ 25 ແລະ 26, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ຫລາຍ​ຢ່າງ. ພວກ​ຂ້າ​ພະ​ເຈົ້າຈະ​ສືບ​ຕໍ່​ເປີດກວ້າງ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ ແມ່ນ​ສ້າງ​ຫນ່ວຍ​ບໍ​ລິ​ຈາກ​ເລືອດ​ສຳ​ຮອງ​ຢູ່​ບັນ​ດາ​ໂຮງ​ຮຽນ, ເຂດ​ຊຸມ​ຊົນ​ເພື່ອ​ຮັບ​ປະ​ກັນ ຍາມ​ໃດ​ກໍ​ມີ​ແຫລ່ງ​ເລືອດ​ສຳ​ຮອງ.”

ຂ່າວ/ບົດ​ອື່ນ