ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຈ່າວິງ

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຈ່າວິງ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ ປະທານ​
ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ
(ພາບ: daidoanket.vn)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (18/11/1930 – 18/11/2015), ຕອນ​ເຊົ້າ​ວັນ​ທີ 8/11, ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່ ຕາ​ແສງ ຮ່ວາ​ລ້າ​ກ A ​ເມືອງ ​ເຈົາ​ແທ່ງ ​ແຂວງ ຈ່າ​ວິ​ງ. ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້ຍ້ອງ​ຍໍ​ຊົມ​ເຊີຍ ຕາ​ແສງ ຮ່ວາ​ລ້າ​ກ A ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ດ້ວຍ​ການ​ຫລຸດ​ລົງ​ໄດ້ 25 ຄອບຄົວ​ທີ່​ທຸກ​ຍາກ​ໃນ​ປີຜ່ານມາ. ທ່ານ ຫງວຽນທ້ຽນ​ເຍີນ ​​ເນັ້ນ​ໜັກ​ວ່າ: ຢາກຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກຕ້ອງ​ປ່ຽນ​ໃໝ່ວິທີ​ປະຕິບັດ, ສົມທົບ​ກັນ, ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜະ​ລິດ. ທ່ານ ຫງວຽນ​ນທ້ຽນ​ເຍີນ ສະ​ເໜີ​ການ​ນຳ ຕາ​ແສງ ຮ່ວາ​ລ້າ​ກ A ສືບ​ຕໍ່​ວາງ​​ແຜນ​ການ​ດຳ​ເນີນ​ງານ, ຂົນຂວາຍ​ປະຊາຊົນ ຫລຸດ​ພົ້ນ​ອອກຈາກ​ຄວາມທຸກ​ຍາກ; ສື​ບຕໍ່​ຮັກສາ​ນາມມະຍົດ​ຕາ​ແສງ​ວັດທະນະທຳ​ໃນ 10 ປີຕໍ່​ໄປ.

ຂ່າວ/ບົດ​ອື່ນ