ວັນ​ບຸນ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່ ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -  ເຫດການໂດຍສະຖານກົງສູນໃຫຍ່ ອັງກິດປະຈຳ ນະຄອນໂຮ່ຈີມິນ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາຊະອານາຈັກ ອັງກິດ (1973 - 2023).
ວັນ​ບຸນ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່ ນະ​ຄອນ ໂຮ່​ຈີ​ມິນ - ảnh 1ວັນບຸນລາຊະອານາຈັກ ອັງກິດ 

ວັນທີ 16 ກັນຍາ, ຊາວນະຄອນໂຮ່ຈີມິນເປັນຈຳນວນຫຼາຍ ແລະ ປະຊາຄົມຊາວຕ່າງປະເທດ ທີ່ເຮັດວຽກ, ຮ່ຳຮຽນ ຢູ່ນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມວັນບຸນ ລາຊະອານາຈັກ ອັງກິດ ຢູ່ນະຄອນໂຮ່ຈີມິນ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ໃໝ່ອ່ຽມ ແລະ ເປັນໜ້າຈັບໃຈ. ເຫດການໂດຍສະຖານກົງສູນໃຫຍ່ ອັງກິດປະຈຳ ນະຄອນໂຮ່ຈີມິນ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາຊະອານາຈັກ ອັງກິດ (1973 - 2023). ທີ່ວັນບຸນ, ມີຮ້ານວາງສະແດງສິນຄ້າ 70 ແຫ່ງ ທີ່ວາງສະແດງແນະນຳບັນດາຂົງເຂດທີ່ເປັນທ່າແຮງຂອງ ລາຊະອານາຈັກ ອັງກິດ ແລະ ມີການເຄື່ອນໄຫວລະຫຼິ້ນບັນເທິງ ແລະ ຂອງຂວັນທີ່ດຶງດູດໃຈຫຼາຍຢ່າງ ເຊິ່ງນຳມາເຊິ່ງ ກາລະໂອກາດເພື່ອໃຫ້ປະຊາຊົນສອງປະເທດ ຄົ້ນຫາ ບັນດາການປະກອບສ່ວນ ແລະ ການເຊື່ອມຕໍ່ທີ່ເລິກເຊິ່ງຂອງ ລາຊະອານາຈັກ ອັງກິດ ກັບ ຫວຽດນາມ ເວົ້າລວມ, ນະຄອນໂຮ່ຈີມິນເວົ້າສະເພາະ, ສ່ອງແສງໃຫ້ເຫັນການຮ່ວມມືທີ່ເປັນຫຼາຍຮູບຫຼາຍແບບລະຫວ່າງສອງປະເທດໃນໄລຍະ 50 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ