ວັນບຸນວັດທະນະທຳ ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ ແຂວງເທຶ່ອທຽນເຫວ ປີ 2013

ວັນບຸນວັດທະນະທຳ ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ ແຂວງເທຶ່ອທຽນເຫວ ປີ 2013 - ảnh 1
ລາຍການສະແດງສິລະປະຂອງຄະນະສິລະປະກອນຊົນເຜົ່າ ປາໂກ  (ພາບ: thanhtra.com.vn) 


Vovworld- ຕອນ​ຄ່ຳ​ວັນ​ທີ 16/5, ຢູ່​ເມືອງ​ອາ​ເລື້ອຍ ​ແຂວງ​ເທຶ່ອທຽນ​ເຫວ​, ​ໄດ້ດຳ​ເນີນ​ວັນ​ບຸນ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ເຂດ​ພູດ​ອຍ​ ແຂວງ​ເທຶ່ອທຽນ​ເຫວຄັ້ງ​ທີ 10 ປີ 2013. ນີ້​ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ ແລະ ມີຄວາມໝາຍສຳຄັນປະກອບສ່ວນເຂົ້າໃນການອະນຸລັກ, ເສີມຂະຫຍາຍ ແລະ ແນະນຳບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ບັນດາການ ລະຫຼິ້ນພື້ນ​ເມືອງ, ບັນດາ​ປະ​ເພດ​ກິລາ​ຊົນ​ເຜົ່າ​ທີ່​ອຸດົມສົມບູນ, ອັນ​ໄດ້​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຄວາມ​ຮູ້​ບູນຄຸນຂອງ​ພໍ່​ແມ່​ປະຊາຊົນ​ເຂດ​ພູດ​ອຍທີ່​ມີ​ຕໍ່​ທ່ານ​ປະທານ​ໂຮ່ຈິ​ມິນ.

    ​ໂດຍ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 15-17/5, ວັນ​ບຸນ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ງານ​ວາງສະ​ແດງ“ ​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ ​ແລະ ສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ເຂດ​ພູດ​ອຍ” ​ເພື່ອ​ແນະນຳ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ອະທິປະ​ໄຕ​ເຂດ​ຊາຍ​ແດນ, ທະ​ເລໝູ່​ເກາະ. ທັງ​ນີ້​ກໍ​ເພື່ອ​ເຊີດ​ຊູ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ, ​ເພີ່​ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ນ້ຳ​ໃຈ​ສາມັກ​ຄີ ​ແລະ ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ບັນດາ​ເຜົ່າ​ເຂດ​ພູດ​ອຍ ແຂວງ​ເທຶ່ອທຽນ​ເຫວ. ທ່ານ​ເລ​ແອ​ງມຽງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ພັກ​ເມືອງ ​ເມືອງ​ອາ​ເລື້​ອຍ​ໃຫ້​ຮູ້​ວ່າ: 

           “ອາ​ເລື້​ອຍ​ໄດ້​ກໍ່ສ້າງ​ເຮືອນ​​ແຈ້ງ​ຜົນງານ​ຕໍ່​ລຸງ​ໂຮ່ຢູ່​ສູນດຳ​ເນີນ​ຊີວິດ​ວັດທະ ນະທຳປະຊາ​ຄົມ​ບັນດາ​ເຜົ່າ​ ​ເມືອງອາ​ເລື້​ອຍ. ນອກຈາກ​ພາບ​ເຄິ່ງຄີງ​ຂອງ​ລຸງ​ໂຮ່​ແລ້ວ, ກໍ​ຍັງ​ວາງສະ​ແດງບັນດາ​ວັດຖຸ​ພັນ​ຂອງ​ບັນດາ​ເຜົ່າ. ບັນດາ​ວັດຖຸ​ພັນ​ທີ່​ກ່ຽວຂ້ອງ​ເຖິງ​ລຸງ​ໂຮ່ ຄື ຈົກ, ພ້າ, ຜ້າ​ແພ​ຂອງ​ລຸງ​ໂຮ່ມອບ​ເປັນ​ຂອງຂວັນ​ໃນຊຸມ​ປີ 1960, 1961. ອາລົມ​ຈິດ, ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ພໍ່​ແມ່​ປະຊາຊົນຢູ່​ແຫ່ງ​ນີ້ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ເກັບ​ຮັກສາ”

ຂ່າວ/ບົດ​ອື່ນ