ວັນບຸນວັດທະນະທຳບັນດາເຜົ່າທາງພາກກາງ ຄັ້ງທີ IV

(VOVWORLD) - ວັນບຸນວັດທະນະທຳບັນດາຊົນເຜົ່າທາງພາກກາງ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳມູນເຊື້ອອັນດີງາມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທາງພາກກາງ ໃນພື້ນຖານວັດທະນະທຳເອກະພາບ...
ວັນບຸນວັດທະນະທຳບັນດາເຜົ່າທາງພາກກາງ ຄັ້ງທີ IV - ảnh 1ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ງານບຸນ

ຕອນຄ່ຳວັນທີ 8 ກັນຍາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ໄດ້ໄຂວັນບຸນວັດທະນະທຳບັນດາເຜົ່າທາງພາກກາງ ຄັ້ງທີ IV ປີ 2023.

        ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າທາງພາກກາງ - ສະເໝີພາບ, ສາມັກຄີ, ເຄົາລົບ, ເຊື່ອມໂຍງ ແລະ ພັດທະນາ”, ວັນບຸນວັດທະນະທຳບັນດາຊົນເຜົ່າທາງພາກກາງ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳມູນເຊື້ອອັນດີງາມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທາງພາກກາງ ໃນພື້ນຖານວັດທະນະທຳເອກະພາບ, ຫຼາຍຮູບຫຼາຍສີຂອງປະຊາຄົມ 54 ຊົນເຜົ່າ ຫວຽດນາມ. ວັນບຸນມີຫຼາຍເນື້ອໃນທີ່ອຸດົມສົມບຸນ, ຄື: ງານບຸນສິລະປະມະຫາຊົນ; ສະແດງຊຸດອາພອນມູນເຊື້ອຂອງຊົນເຜົ່າ… ກ່າວຄຳເຫັນໄຂພິທີ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ,ຢັ້ງຢືນວ່າ:

        “ຜ່ານວັນບຸນນີ້, ບັນດາຜົນງານດ້ານວັດທະນະທຳໄດ້ຮັບການສ້າງຂຶ້ນຜ່ານລຸ້ນຕ່າງໆຈະໄດ້ຮັບການສືບທອດ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຕາມການເວລາ. ນັ້ນກໍ່ແມ່ນພະຍານຫຼັກຖານສະແດງໃຫ້ເຫັນໃຫ້ນ້ຳໃຈສາມັກຄີ, ເຈດຈຳນົງທີ່ອົງອາດກະຫານ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້. ນີ້ແມ່ນໂອກາດເພື່ອເຊີດຊູ, ໂຄສະນາບັນດາຄຸນຄ້າວັດທະນະທຳທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍສີຂອງພໍ່ແມ່ປະຊາຊົນບັນດາເຜົ່າທາງພາກກາງ”.

ຕອບກັບ

ຂ່າວ/ບົດ​ອື່ນ