ວັນ​ບຸນ​ວັດ​ທະ​ນະ​ທຳ​ເດັກ​ນ້ອຍ​ບັນ​ດາ​ເຜົ່າ​​ເຂດ​ທາງ​ທິດ​ເໜືອ

(VOVWORLD) -ລາຍການກໍ່ແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍພວກນ້ອງນ້ອຍບັນດາເຜົ່າທີ່ມີຜົນງານດີເດັ່ນ, ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງນ້ອຍສືບຕໍ່ສູ້ສົນແຂ່ງຂັນໃນການຮຽນ, ການຝຶກຝົນຫຼໍ່ຫຼອມ, ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ, ເພີ່ມທະວີກຸ່ນກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອນຄ່ຳວັນທີ 30 ກໍລະກົດ, ຢູ່ຮ່ວາບິ່ງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະພາກອງເຍົາວະຊົນສູນກາງໄດ້ສົມທົບກັບຄະນະຊາວໜຸ່ມແຂວງ, ສະພາກອງເຍົາວະຊົນແຂວງຮ່ວາບິ່ງຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳເຍົາວະຊົນບັນດາເຜົ່າ ເຂດທາງທິດເໜືອປີ 2022. ລາຍການຈະດຳເນີນໃນລະຫວ່າງວັນທີ 30 – 31 ກໍລະກົດຢູ່ນະຄອນ ຮ່ວາບິ່ງດ້ວຍຫົວຂໍ້ “ເຍົາວະຊົນຫວຽດນາມມີຄວາມເອກອ້າງທະນົງໃຈແລະເສີມຂະຫຍາຍສີສັນວັດທະນະທຳຊາດ”.

ເຂົ້າຮ່ວມລາຍການມີຜູ້ແທນເຍົາວະຊົນບັນດາເຜົ່າດີເດັ່ນກ່ວາ 200 ຄົນມາຈາກບັນດາແຂວງ, ນະຄອນເຂດທາງທິດເໜືອ, ເຊິ່ງຕາງໜ້າໃຫ້ເຍົຳວະຊົນນັບໝຶ່ນຄົນໃນເຂດ. ທີ່ລາຍການ, ເຍົາວະຊົນບັນດາເຜົ່າມີໂອກາດເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ, ຊອກຫາບັນດາຈຸດວັດທະນະທຳພົ້ນເດັ່ນຂອງແຕ່ລະເຂດພາກຜ່ານລາຍການສະແດງສິລະປະຊົນເຜົ່າ, ການລະຫຼິ້ນພື້ນເມືອງ, ອາຫານການກິນເຂດ, ງານວາງສະແດງພາບແຕ້ມເຍົາວະຊົນດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈເຍົາວະຊົນບັນດາເຜົ່າຫວຽດນາມ”.

ລາຍການກໍ່ແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍພວກນ້ອງນ້ອຍບັນດາເຜົ່າທີ່ມີຜົນງານດີເດັ່ນ, ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງນ້ອຍສືບຕໍ່ສູ້ສົນແຂ່ງຂັນໃນການຮຽນ, ການຝຶກຝົນຫຼໍ່ຫຼອມ, ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ, ເພີ່ມທະວີກຸ່ນກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ