ວັນບຸນຫໍ່ເຂົ້າປະດັບດິນຕິດພັນກັບລາຍການຕອບບຸນແທນຄຸນຕໍ່ພໍ່ແມ່ ແລະ ການໜູນຊ່ວຍສັງຄົມ

(VOVWORLD) - ປີນີ້, ຢູ່ວັດ ແລະ ສະຖານທີ່ບູຊາຕ່າງໆໃນທົ່ວປະເທດໄດ້ຈັດວັນບຸນຫໍ່ເຂົ້າປະດັບດິນປີ 2567 (ປີ 2023).
ວັນບຸນຫໍ່ເຂົ້າປະດັບດິນຕິດພັນກັບລາຍການຕອບບຸນແທນຄຸນຕໍ່ພໍ່ແມ່ ແລະ ການໜູນຊ່ວຍສັງຄົມ - ảnh 1(ວັນບຸນຫໍ່ເຂົ້າປະດັບດິນແມ່ນໜຶ່ງໃນບັນດາວັນບຸນສຳຄັນຂອງສາສະໜາພຸດ)

            ວັນທີ 30 ສິງຫາ, ເປັນມື້ວັນເພງເດືອນ 7  (ໄລ່ຕາມຈັນທະປະຕິທິນ). ວັນນີ້ຍັງໄດ້ຮູ້ນຳກັນວ່າແມ່ນໜຶ່ງໃນບັນດາວັນບຸນສຳຄັນຂອງສາສະໜາພຸດ. ປີນີ້, ຢູ່ວັດ ແລະ ສະຖານທີ່ບູຊາຕ່າງໆໃນທົ່ວປະເທດໄດ້ຈັດວັນບຸນຫໍ່ເຂົ້າປະດັບດິນປີ 2567 (ປີ 2023).

            ໃນຕອນຄ່ຳວັນທີ 29 ສິງຫາ (ວັນທີ 14/07 ໄລ່ຕາມຈັນທະປະຕິທິນ), ຢູ່ສູນກອງປະຊຸມສາກົນ Vesak, ວັດ ຕາມຈູກ, ແຂວງ ຮ່ານາມ, ໄດ້ຈັດວັນບຸນຫໍ່ເຂົ້າປະດັບດິນ 3 ພາກດ້ວຍຫົວຂໍ້ວ່າ “ແມ່”. ໃນຂອບເຂດຂອງລາຍການໄດ້ຈັດບັນດາພິທີບູຊາທາງສາສະໜາພຸດ, ອະທິບາຍກ່ຽວກັບຄວາມໝາຍຂອງວັນບຸນ, ການຈູດທູບໃຕ້ທຽນ, ໜີບດອກໄມ້ ແລະ ສວດມົນພາວະນາວັນບຸນຫໍ່ເຂົ້າປະດັບດິນ, ພ້ອມກັບບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ.

            ສ່ວນຢູ່ນະຄອນ ໂຮ່ຈີມິນ, ຄະນະບໍລິຫານງານ-ຄະນະວຽກງານກຸສົນຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ຈັດການມອບຂອງຂວັນ 1.000 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກໃນບໍລິເວນນະຄອນ…

            ເນື່ອງໃນໂອກາດນີ້, ຢູ່ 120 ກວ່າວັດ, ຫໍປູຊາຢູ່ບໍລິເວນນະຄອນ ດ່ານັ້ງ ໄດ້ຈັດການເຄື່ອນໄຫວກຸສົນຫຼາຍຢ່າງ, ມຸ່ງໄປເຖິງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ໜູນຊ່ວຍ, ມອບຂອງຂວັນໃຫ້ນັກຮຽນຜູ້ທຸກຍາກເນື່ອງໃນໂອກາດເຂົ້າສົກຮຽນໃໝ່...

ຕອບກັບ

ຂ່າວ/ບົດ​ອື່ນ