ວັນບຸນເຊີດຊູສີສັນວັດທະນະທຳຂອງບັນດາເຜົ່າເຂດຕາເວັນອອກສຽງເໜືອ

ວັນບຸນເຊີດຊູສີສັນວັດທະນະທຳຂອງບັນດາເຜົ່າເຂດຕາເວັນອອກສຽງເໜືອ - ảnh 1
ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ບັນດາ​
ເຜົ່າ​ເຂດ​ຕາ​ເວັນ​ອອກສຽງ​ເໜືອຄັ້ງ​ທີ 9
(ພາບ: baobaccan.org.vn)

(vovworld) – ​​​ ​ ​ ຕອນ​ຄ່ຳ​ວັນ​ທີ 12/9, ​ແຂວງ ບັກ​ກ້ານ ຈັດ​ຕັ້ງ​ພິທີ​ອັດ​ ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ບັນດາ​ເຜົ່າ​ເຂດ​ຕາ​ເວັນ​ອອກສຽງ​ເໜືອຄັ້ງ​ທີ 9. ວັນ​ບຸນ​ໄດ້​ຈັດ​ຕັ້ງຂຶ້ນ ​ເພື່ອ​ແນ​ໃສ່​​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ການ​ພັດທະນາ​ວັດທະນະທຳ, ກິລາ, ການທ່ອງ​ທ່ຽວ ​ແລະ ບັນດາ​ຄຸນ​ຄ່າມໍລະດົກ​ວັດທະນະທຳ​ບັນດາ​ເຜົ່າ​ສ່ວນ​ໜ້ວຍ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ໃນ​ພາລະກິດ​ປ່ຽນ​ໃໝ່, ​ເຊື່ອງ​ໂຍງ ​ແລະ ພັດທະນາ. ນີ້​ແມ່ນ ຂົວ​ຕໍ່​​ເພື່ອພົບ​ປະ​ແລກປ່ຽນບົດຮຽນ​ລະຫວ່າງ ນັກ​ສິລະ​ປິນ, ນັກສະ​ແດງ, ນັກ​ກິລາ​ບັນດາ​ແຂວງ​ໃນ​ເຂດ. ວັນ​ບຸນ​ຍັງ​​ປະກອບສ່ວນ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ​ເຊີດ​ຊູ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ, ສຶກສາ​ອົບຮົມມູນ​ເສື້ອ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ປັບປຸງ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາສາມັກຄີ​​ທົ່ວ​ປວງ​ຊົນທັງ​ຊາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ.

 


ຂ່າວ/ບົດ​ອື່ນ