ວັນ​ບຸນ​ເລີ່ມ​ຕົ້ນທຸ​ລະ​ກິດ ປ່ຽນ​ແປງ​ໃໝ່ ປະ​ດິດຄິດ​ສ້າງ​ແຫ່ງ​ຊາດ 2019

(VOVWORLD) -ໃນລະຫວ່າງວັນທີ 4 – 6 ທັນວາ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ໄດ້ດຳເນີນວັນບຸນເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະດິດຄິດສ້າງ ແຫ່ງຊາດ ປີ 2019 – Techfest Vietnam 2019 ຊຶ່ງແມ່ນໂດຍເປັນເຫດການປະຈຳໃຫ້ແກ່ປະຊາຄົມເລີ່ມຕົ້ນ ທຸລະກິດປະດິດສ້າງ ຫວຽດນາມ, ໃນຂອບເຂດແຜນຮ່າງ “ໜູນຊ່ວຍສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງຊາດ ປີ 2025”, ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ.
ວັນ​ບຸນ​ເລີ່ມ​ຕົ້ນທຸ​ລະ​ກິດ ປ່ຽນ​ແປງ​ໃໝ່ ປະ​ດິດຄິດ​ສ້າງ​ແຫ່ງ​ຊາດ 2019 - ảnh 1ພາບປະກອບ(ພາບ: techfest.vn

ຕາມທ່ານ ເຈິ່ງວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລ້ວ, ດ້ວຍຫົວຂໍ້ “ເຕົ້າໂຮມແຫຼ່ງກຳລັງ”, Techfest Vietnam 2019ຈະສຸມໃສ່ປະກອບຄຳເຫັນໃຫ້ແກ່ບັນດານັກວາງນະໂຍບາຍ ບັນດາບັນຫາເພື່ອແນໃສ່ດຶງດູດບັນດາແຫຼ່ງກຳລັງພາຍໃນປະເທດ ແລະ ຕ່າງປະເທດເພື່ອພັດທະນາສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ຊຸກຍູ້ການເຄື່ອນໄຫວຂອງບັນດາອົງການ, ສ່ວນບຸກຄົນໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການຈັດຕັ້ງຢ່າງມີປະສິດທິຜົນ, ປຶກສາຫາລືກ່ຽວກັບບັນດາທ່າອ່ຽງເຕັກໂນໂລຢີໃນໂລກ, ການແບ່ງປັນບົດຮຽນຂອງ ບັນດາຕົວແບບເລີ່ມຕົ້ນທຸລະກິດທີ່ປະສົບຜົນສຳເລັດ, ແບ່ງປັນບົດຮຽນຂອງບັນດານັກລົງທຶນ, ນັກປາຖະກະຖາ, ນັກຊ່ຽວຊານແຖວໜ້າ ກ່ຽວກັບການພັດທະນາ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດ ແລະ ການລົງທຶນໃຫ້ແກ່ການເລີ່ມຕົ້ນທຸລະກິດ. ທ່ານກ່າວວ່າ:

        ປີນີ້ມີ ປັດໄຈໃໝ່ຫຼາຍຢ່າງ ແລະ ພວກຂ້າພະເຈົ້າໄດ້ຕັ້ງຫົວຂໍ້ວ່າ “ເຕົ້າໂຮມແຫຼ່ງກຳລັງ” ໃຫ້ແກ່ Techfest Vietnam 2019. ແຫຼ່ງກຳລັງມີ 3 ປັດໄຈ: ແຫຼ່ງກຳລັງມະນຸດ - ບັນດາບຸກຄົນທີ່ມີແນວຄວາມຄິດປະດິດຄິດສ້າງ, ປັດໄຈທີ 2 ກ່ຽວຂ້ອງເຖິງເຕັກໂນໂລຢີ - ບັນດາແນວຄວາມຄິດປະດິດຄິດສ້າງ, ບັນດາເຕັກໂນໂລຢີໃໝ່ທີ່ໄດ້ນຳເຂົ້າການພັດທະນາບັນດາວິສາຫະກິດເລີ່ມຕົ້ນ ທຸລະກິດ, ສະພາບແວດລ້ອມແຫ່ງການດຳເນີນທະລຸກິດ, ແລະ ປັດໄຈທີ 3 ແມ່ນ ບັນດາການເຄື່ອນໄຫວລົງທຶນ, ການເງິນໃຫ້ແກ່ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ