ວັນບຸນໂຄສະນາ ງານມະຫາກໍາກິລາອາຊີ 2018

(VOVWORLD) -“ວັນບຸນໂຄສະນາ ງານມະຫາກໍາກິລາອາຊີ 2018” ໄດ້ຈັດຂຶ້ນຢູ່ອະນຸສາວະລີ ຫຼີຖ໋າຍໂຕ, ໜອງຮວ່ານກ໋ຽມ, ຮ່າໂນ້ຍ.

ວັນບຸນໂຄສະນາ ງານມະຫາກໍາກິລາອາຊີ 2018 - ảnh 1ທ່ານ Ibnu Hadi ເອກອັກຄະລດຖະທູດ ອິນໂດເນເຊຍປະຈໍາຫວຽດນາມ ກ່າວຄໍາເຫັນໄຂງານບຸນ

(ພາບ: cand.com.vn)

 ເນື່ອງໃນໂອກາດ ງານມະຫາກໍາກິລາ ອາຊີ 2018 (ASIAD 18) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18 ສິງຫາ - 02 ກັນຍາ 2018 ຢູ່ Jakarta ແລະ Palembang, ປະເທດອິນໂດເນເຊຍ, ວັນທີ 12 ສິງຫາ, ສະຖານທູດອິນໂດເນເຊຍ ປະຈໍາຫວຽດນາມ ທີ່ຮ່າໂນ້ຍ ໄດ້ຈັດຕັ້ງ “ວັນບຸນໂຄສະນາ ງານມະຫາກໍາກິລາອາຊີ 2018” ຢູ່ອະນຸສາວະລີ ຫຼີຖ໋າຍໂຕ, ໜອງຮວ່ານກ໋ຽມ, ຮ່າໂນ້ຍ. ພາບພົດກ່ຽວກັບປະເທດອິນໂດເນເຊຍ ແລະ ບັນດາການເຄື່ອນໄຫວໃນງານມະຫາກໍາກິລາ ອາຊີ 2018 ໄດ້ໂຄສະນາເຖິງປະຊາຊົນຫວຽດນາມຜ່ານບັນດາບົດເພງ, ການສະແດງສິລະປະເຕັ້ນແບບທັນສະໄໝ ແລະ ແບບອິນໂດເນເຊຍ,  Modern Dance ແລະ ການລະຫຼີ້ນຫຼາຍຢ່າງ. ຜ່ານນັ້ນ, ສົ່ງສານ ເພື່ອລະດົມກໍາລັງໃຈໃຫ້ແກ່ບັນດາຄະນະເຂົ້າຮ່ວມ ASIAD 18.

ຕອບກັບ

ຂ່າວ/ບົດ​ອື່ນ