ວັນ​ປະ​ຊາ​ກອນ​ໂລກ: ການສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ເພື່​ອ​ບັນ​ລຸ​ເປົ້າ​ໝາ​ຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -  ວັນປະຊາກອນໂລກ ຄືວັນທີ 11 ກໍລະກົດ ປີ 2023 ນີ້ ມີຫົວຂໍ້: “ເສີມຂະຫຍາຍກຳລັງແຮງຂອງຄວາມສະເໝີພາບລະຫວ່າງຍິງຊາຍ: ຍົກສູງສຽງເວົ້າຂອງແມ່ຍິງ ແລະ ເດັກຍິງ ເພື່ອເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໂລກ”.
ວັນ​ປະ​ຊາ​ກອນ​ໂລກ: ການສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ເພື່​ອ​ບັນ​ລຸ​ເປົ້າ​ໝາ​ຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1(ພາບປະກອບ:TTXVN)

ຢູ່ ຫວຽດນາມ, ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ບັນດາຄະນະຂະແໜງການ, ອົງການຈັດຕັ້ງ ແລະ ທົ່ວສັງຄົມຢ່າງເລິກເຊິ່ງ. ບັນຫາດັ່ງກ່າວ ຍາມໃດກໍເປັນເປົ້າໝາຍໃຫຍ່ຂອງລັດຖະບານ, ເປັນໜ້າທີ່ສຳຄັນໃນຍຸດທະສາດໃນການພັດທະນາເສດຖະກິດ - ສັງຄົມ; ສ້າງປະເທດວັດທະນາຖາວອນ, ປະຊາທິປະໄຕ, ຍຸຕິທຳ ແລະ ສິວິໄລ.

       ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍກິດຈະກຳເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຫວຽດນາມ ໄດ້ຮັບການຮັບຮອງຈາກໂລກວ່າ ແມ່ນໜຶ່ງໃນ 10 ປະເທດທີ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ