ວັນລົດຖີບສາກົນ: ຫວຽດນາມ ເນັ້ນໜັກການປະກອບສ່ວນຂອງລົດຖີບສຳລັບການພັດທະນາແບບຍືນຍົງ

(VOVWORLD) - ວັນທີ 12 ເມສາ 2018, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິເລືອກເອົາວັນທີ 3 ມິຖຸນາ ແມ່ນວັນລົດຖີບສາກົນ.
ວັນລົດຖີບສາກົນ: ຫວຽດນາມ ເນັ້ນໜັກການປະກອບສ່ວນຂອງລົດຖີບສຳລັບການພັດທະນາແບບຍືນຍົງ - ảnh 1 ພາບປະກອບ

ວັນທີ 3 ມິຖຸນາ, ເປັນຄັ້ງທຳອິດ ສະຫະປະຊາຊາດໄດ້ຈັດຕັ້ງການສະເຫຼີມສະຫຼອງວັນລົດຖີບສາກົນ. ເປັນກຽດເຂົ້າຮ່ວມພິທີມີເຈົ້າໜ້າທີ່ຂັ້ນສູງຂອງ ສປຊ ແລະ ບັນດາອົງການຂຶ້ນກັບ ສປຊ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຂອງປະເທດຕ່າງໆປະຈຳ ສປຊ.

        ກ່າວຄຳເຫັນທີ່ພິທີຢູ່ ສຳນັກງານ ສປຊ ທີ່ນິວຢອກ (ປະເທດ ອາເມລິກາ), ທ່ານນາງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຫງວຽນເຟືອງງາ, ເນັ້ນໜັກເຖິງການປະກອບສ່ວນສຳຄັນຂອງລົດຖີບສຳລັບການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ. ລົດຖີບແມ່ມຍານພາຫະນະທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ລາຄາຖືກ. ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ລົດຖີບແມ່ນເພື່ອນມິດຮ່ວມເດີນທາງທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ ໃນອະດີດຕະການ, ປະຈຸບັນ ແລະ ອະນາຄົດ.

        ວັນທີ 12 ເມສາ 2018, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິເລືອກເອົາວັນທີ 3 ມິຖຸນາ ແມ່ນວັນລົດຖີບສາກົນ. ວັນລົດຖີບສາກົນແນໃສ່ຈຸດປະສົງເພື່ອຍົກສູງຄວາມຮັບຮູ້ຂອງທົ່ວໂລກກ່ຽວກັບເລື່ອງ ລົດຖີບແມ່ນມາດຕະການທີ່ມີປະສິດທິຜົນໃຫ້ຫຼາຍບັນຫາ ຂອງໂລກຄື: ຄົມມະນາຄົມ, ມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ສຸຂະພາບ ແລະ ການສຶກສາ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດອຸປະຖຳຮ່ວມຕໍ່ມະຕິສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ