ວັນຫວຽດນາມ ຂ່ຳນັບຮັບຕ້ອນປີ APEC 2017 ຂອງນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ວັນຫວຽດນາມ ຂ່ຳນັບຮັບຕ້ອນປີ APEC 2017 ຂອງນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ảnh 1
“ວັນ​ ຫວຽດນາມ” ​ແມ່ນ​ຊື່​ຂອງ​ເຫດການ ​ໂດຍ​ນັກ​ສຶກສາ ຫວຽດນາມ
 ຢູ່​ສະ​ຖາ​ບັນ​ການ​ທູດ​ແຫ່ງ​ຊາດ ມົດ​ສະ​ກູ (MGIMO) ຢູ່​ສະຫະພັນ ລັດ​ເຊຍ

(vovworld) – “ວັນ​ ຫວຽດນາມ” ​ແມ່ນ​ຊື່​ຂອງ​ເຫດການ ​ໂດຍ​ນັກ​ສຶກສາ ຫວຽດນາມ ຢູ່​ສະ​ຖາ​ບັນ​ການ​ທູດ​ແຫ່ງ​ຊາດ ມົດ​ສະ​ກູ (MGIMO) ຢູ່​ສະຫະພັນ ລັດ​ເຊຍ ຈັດ​ຕັ້ງ​ໃນ​ວັນ​ທີ 05/04 ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ເຫດ​ການ ຫວຽດນາມ ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC). “ວັນ​ ຫວຽດນາມ” ຢູ່ MGIMO ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຫລາຍ​ຮູບ​ຫລາຍ​​ແບບ​ຄື: ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ​ກ່ຽວ​ກັບ​ບົດບາດ​ຂອງ ຫວຽດນາມ ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ເວທີ​ປາ​ໄສ APEC 2017, ງານ​ຕະຫລາດນັດ​ເຄື່ອງ​ທີ່​ລະນຶກທີ່​ເປັນມູນ​ເຊື້ອ, ງານ​ວາງສະ​ແດງ “ປີ APEC ຢູ່ ຫວຽດນາມ 2017”, ການ​ ​ເສັງກ່ຽວ​ກັບ​ການຊອກ​ຮູ້​ “ລັດ​ເຊຍ - ຫວຽດນາມ”, ​ແນະນຳ​ບັນດາ​ເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ.

        ກ່າ​ວຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Viltor Sumsky ຜູ້ອຳນວຍການ​ສູນ ອາ​ຊຽນ ຂຶ້ນ​ກັບສະ​ຖາ​ບັນ MGIMO ຖື​ວ່າ: “ວັນ ຫວຽດນາມ” ​ທີ່​ຈັດ​ຕັ້ງ​ຢູ່ MGIMO ຄັ້ງ​ນີ້ ຢືນຢັນ​ເຖິງ​ລັກສະນະ​ ​ດູດດຶມ ​ແລະ ຟົດຟື້ນ​ກໍ່​ຄື​ກຳລັງ​ດຶງ​ດູດ​ສຳລັບ​ບັນດາ​ນັກ​ສຶກສາ ບໍ່​ພຽງ​ແຕ່​ຂອງ​ໂຮງຮຽນ​ເທ​ົ່ານັ້ນ ຫາກ​ຍັງ​​​ແມ່ນ​ຂອງບັນດາ​ໂຮງຮຽນມະຫາວິທະຍາ​ໄລ​ອື່ນໆ​ຢູ່ ມົດ​ສະ​ກູ, ​​ເຊິ່ງແຫ່ງ​ທີ່​ມີ​ລົງ​ເລິກວິຊາ​ຮຽນ​ກ່ຽວ​ກັບ ຫວຽດນາ​ມ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ