ວັນອາຊຽນ ຢູ່ມົດສກູ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ

ວັນອາຊຽນ ຢູ່ມົດສກູ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ - ảnh 1
(ວັນ​ອາ​ຊຽນ ຢູ່​ມົດສກູ ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ)

(vovworld) - ຕອນ​ບ່າຍ​ວັນ​ທີ 18 ກັນຍາ, ຢູ່​ນະຄອນຫຼວງ​ມົດສກຸ, ສະຫະພັນ​ລັດ​ເຊຍ, ​ເອກ​ອັກຄະ​ລັດຖະທູດ​ຂອງ 10 ປະ​ເທດ​ສະມາ​ຊິກ​ອາ​ຊຽນ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ “ວັນ​ອາ​ຊຽນ” ​ແລະ ງານ​ລ້ຽງ​ ເພື່ອສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງຄື​ວັນ​ທີ 08 ສິງຫາ 1976 – 08 ສິງຫາ 2013. ທີ່​ການ​ພົບ​ປະ​ມີ​ແຂກ​ຖືກ​ເຊີນ​ເຊິ່ງ​ແມ່ນ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ອື່ນໆ​ຂອງ​ລັດ​ເຊຍ ​ແລະ ບັນດາ​ສະຖານທູດ​ຂອງປະ​ເທດ​ອື່ນ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ສະຫະພັນ​ລັດ​ເຊຍ. ກ່າວ​ຄຳ​ເຫັນທີ່​ພິທີ, ທ່ານ​ນາງເອກ​ອັກ​ຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສິງກະ​ໂປ ປະຈຳ​ສະຫະພັນ​ລັດ​ເຊຍ, ປະທານ​ຄະນະ​ກຳ​ມະ​ການ​ອາ​ຊຽນ - ມົດສກຸ Lim Kheng Hua ​ໄດ້ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ທີ່​ໜ້າ​ຈົດ​ຈຳ​​ແຫ່ງໄລຍະ​ພັດທະນາ​ຂອງ​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນຕະຫຼອດ 46 ປີຜ່ານມາ. ທ່ານ​ນາງ Lim Kheng Hua ຢືນຢັນ​ບົດບາດ​ທີ່​ໃຫຍ່​ຫຼວງ​ຂອງ​ອາ​ຊຽນ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ທ່ານ Alexandro Ivanov, ​ເອກ​ອັກຄະ​ລັດຖະທູດ​ພິ​ເສດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ, ຫົວໜ້າ​ຄະນະ​ພັດທະນາ​ການ​ພົວພັນ​ທາງ​ການ​ຄ້າ​ລັດ​ເຊຍ - ອາ​ຊຽນ ​ເນັ້ນ​ໜັກ​​ເຖິງຜົນງານ​ບາງ​ຢ່າງ​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ລັດ​ເຊຍ - ອາ​ຊຽນ ​ແລະ ຢືນຢັນ​ວ່າ ການ​ພົວພັນລະຫວ່າງ​ອາ​ຊຽນ - ລັດ​ເຊຍ ຈະ​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ສຳຄັນ​​ໃນ​ພາກ​ພື້ນ​ນີ້ ​ແລະ ​ໃນ​ທົ່ວ​ພາກ​ພື້ນ​ອາຊີ - ປາຊີ​ຝິກ.

ຂ່າວ/ບົດ​ອື່ນ