ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ (10/08)

(VOVWORLD) - ວັນທີ 10 ສິງຫາ ແມ່ນວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.
ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ (10/08) - ảnh 1 ພິທີສະເຫຼີມສະຫຼອງ 57 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ

ເພື່ອປະກອບສ່ວນແບ່ງເບົາຄວາມເຈັບປວດ, ບັນດາຄວາມຫຍຸ້ງຍາກສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ນັ້ນ, ບັນດາການເຄື່ອນໄຫວແທ້ຈິງ, ມີຄວາມໝາຍໄດ້ດຳເນີນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ.

        ເນື່ອງໃນໂອກາດນີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແຂວງ ກອນຕຸມ ໄດ້ຈັດຕັ້ງພິທີມອບຂອງຂວັນ 250 ພູດທີ່ມີມູນຄ່າ 75 ລ້ານດົ່ງໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

        ຫວ່າງແລ້ວນີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຮ່າໂນ້ຍ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 57 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ (10/08/1961 – 10/08/2018). ທີ່ພິທີສະເຫຼີມສະຫຼອງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຮ່າໂນ້ຍ ໄດ້ມອບໃບຍ້ອງຍໍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ທີ່ເຮັດເສດຖະກິດເກັ່ງ.

        ໃນ 5 ປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນແຂວງ ດັກນົງ ໄດ້ຂົນຂວາຍບໍລິຈາກເງິນໄດ້ກ່ວາ 11 ຕື້ດົ່ງຈາກບັນດາຜູ້ໃຈບຸນໃຈກຸສົນ ເພື່ອໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ແນໃສ່ບັນເທົາຄວາມເຈັບປວດ ແລະ ຊ່ວຍຜູ້ປະສົບເຄາະຮ້າຍສ້າງຊີວິດການເປັນຢູ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ