ວັນເຮັດວຽກທີ2ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ14,ຊຸດທີ11

ວັນເຮັດວຽກທີ2ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ14,ຊຸດທີ11 - ảnh 1
(ວັນ​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະຊຸມ​ຄະ
ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 14)

(vovworld) - ວັນ​ທີ 12/1, ​ແມ່ນວັນ​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 14,​ ຊຸດ​ທີ 11, ສູນ​ກາງ​ເຮັດ​ວຽກ​ຢູ່​ຕາມ​ໜ່ວຍ. ຕອນ​ເຊົ້າ, ສູນ​ກາງ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ສູນ​ກາງທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງທີ 13 ​ເພື່ອ​ເພີ່ມ​ເຕີມ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ບຸກຄະລາ​ກອນ​ໃຫ້ 4 ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12; ຮ່າງ​ລາຍ​ຊື່​ຄະນະ​ປະທານ, ຄະນະ​ເລຂາ ​ແລະ ຄະນະ​ກວດກາ​ຖານະ​ນິຕິບຸກຄົນ​ຜູ້​ແທນ​ຂອງ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12. ຕອນ​ບ່າຍ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ໃຫ້​ຄຳ​ເຫັນແກ້​ໂດຍ​ກົງ​ໃສ່​ເອກະສານ​ຮ່າງ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12.

 

ຂ່າວ/ບົດ​ອື່ນ