ວິ​ສາ​ຫະ​ກິດ 150 ແຫ່ງ​ຂອງ ຫວຽດ​ນາມ ແລະ ສາ​ກົນ ເຂົ້າ​ຮ່ວມ​ງານ​ວາ​ງ​ສະ​ແດງ ENE Vietnam 2024

(VOVWORLD) - ງານວາງສະແດງສາກົນອຸດສາຫະກຳໄຟຟ້າ ແລະ ພະລັງງານຢູ່ ຫວຽດນາມ (ENE Vietnam 2024) ຈະດຳເນີນແຕ່ວັນທີ 16 ພຶດສະພາ - 18 ພຶດສະພາ ຢູ່ຫໍວັດທະນະທຳມິດຕະພາບ, ຮ່າໂນ້ຍ. 
ວິ​ສາ​ຫະ​ກິດ 150 ແຫ່ງ​ຂອງ ຫວຽດ​ນາມ ແລະ ສາ​ກົນ ເຂົ້າ​ຮ່ວມ​ງານ​ວາ​ງ​ສະ​ແດງ ENE Vietnam 2024 - ảnh 1(ພາບ: ຄະນະຈັດຕັ້ງ)

ເຫດການດັ່ງກ່າວໂດຍບໍລິສັດຫຸ້ນສ່ວນງານຕະຫຼາດນັດວາງສະແດງ ແລະ ໂຄສະນາ ຫວຽດນາມ (VIETFAIR) ສົມທົບກັບຄະນະກຳມະການສົ່ງເສີມການຄ້າສາກົນ ຈີນ - ສາຂາສະມາຄົມໄຟຟ້າ, ບໍລິສັດການບໍລິການງານວາງສະແດງ Huayue ແຂວງ ກວາງຊີ (ຈີນ) ຈຳກັດ ຈັດຂຶ້ນ.

              ENE Vietnam 2024 ໄດ້ເຕົ້າໂຮມອົງການຈັດຕັ້ງ, ວິສາຫະກິດດີເດັ່ນຂອງ ຫວຽດນາມ ແລະ ສາກົນ 150 ແຫ່ງ ເຂົ້າຮ່ວມງານວາງສະແດງຜະລິດຕະພັນ ເຊິ່ງລວມມີ 3 ໝວດສິນຄ້າຕົ້ນຕໍ: ໄຟຟ້າອຸດສາຫະກຳ, ໄຟຟ້າພົນລະເຮືອນ, ບໍລິສັດຮັບເໝົາສະໜອງການບໍລິການ, ຕິດຕັ້ງເຄື່ອງອຸປະກອນໄຟຟ້າຄົບວົງຈອນ. ໃນຂອບເຂດງານວາງສະແດງ, ຄະນະຈັດຕັ້ງໄດ້ຈັດບັນດາເວທີປາໄສ, ກອງປະຊຸມສຳມະນາ, ໂອ້ລົມສົນທະນາກ່ຽວກັບຂະແໜງໄຟຟ້າ ແລະ ພະລັງງານ; ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ສາກົນ; ທັດສະນະສຶກສາຢ້ຽມຊົມເຂດອຸດສາຫະກຳ, ໂຮງງານ...

ຕອບກັບ

ຂ່າວ/ບົດ​ອື່ນ